• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຟີລິບປິນ ຮຽກຮ້ອງໃຫ້ຮັກສາສັນຕິພາບຢູ່ທະເລຕາເວັນອອກ ໃນກອງປະຊຸມສຸດຍອດຕ່າງໆຂອງ ອາຊຽນ

      ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 – 39  ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ຖືກດຳເນີນຕາມຮູບການທາງໄກ, ທ່ານປະທານາທິບໍດີ ຟີລິບປິນ Rodrigo Duterte ຮຽກຮ້ອງໃຫ້ ສາມັກຄີກັນ, ຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ.
ທ່ານ ປະທານາທິບໍດີ ຟີລິບປິນ Rodrigo Duterte (ພາບ: ວັງປະທານາທິບໍດີ)
      ໃນບົດກ່າວປາໄສໃນວັນທີ 26 ຕຸລາ, ທ່ານ ປະທານາທິບໍດີ ຟີລິບປິນ Rodrigo Duterte ເນັ້ນໜັກວ່າ ອາຊຽນ ຄວນສືບຕໍ່ເດີນຕາມເສັ້ນທາງທີ່ສອດຄ່ອງກັບກົດໝາຍສາກົນ, ລວມທັງຄຳຕັດສິນຂອງສານອະນຸຍາໂຕຕຸລາການ ປີ 2016 ແລະ ເອກະສານທີ່ເຮັດໃຫ້ການຮຽກທວງສິດຂອງ ຈີນ ຢູ່ເຂດທະເລທີ່ຂັດແຍ້ງກັນໝົດຜົນສັກສິດ.
        ອີກຄັ້ງໜຶ່ງ, ທ່ານປະທານາທິບໍດີ Duterte ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ ຟີລິບປິນ ໃນການຊ່ວຍສ້າງສຳເລັດກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ມີປະສິດທິຜົນ ແລະ ແທດຈິງ ຢູ່ເຂດທະເລທີ່ຂັດແຍ້ງກັນ. ກ່ຽວຂ້ອງເຖິງຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ການນຳ ຟີລິບປິນ ຮຽກຮ້ອງໃຫ້ບັນດາປະເທດ ຫັນຄຳໝັ້ນສັນຍາໃຫ້ເປັນການກະທຳລະອຽດເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈທີ່ໄດ້ເພີ່ມພູນຄູນສ້າງມາຫຼາຍປີ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top