• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ໄຂ​ກອງ​ປະ​ຊຸມ​ຄັ້ງທີ​ 13 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ 12

ຕອນເຊົ້າວັນທີ 5 ຕຸລາ, ກອງປະຊຸມຄັ້ງທີ 13 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12  ຖືກໄຂຂຶ້ນຢູ່ນະຄອນ ຮ່າໂນ້ຍ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານກອງປະຊຸມ.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີໄຂ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ສະເໜີ ສູນກາງ ໃຫ້ຈັດແບ່ງເວລາຄົ້ນຄວ້າ, ປຶກສາຫາລື, ຕີລາຄາຢ່າງພາວະວິໄສ, ຮອບດ້ານກ່ຽວກັບສະພາບການເສດຖະກິດ - ສັງຄົມ ນັບແຕ່ຕົ້ນປີມາຮອດປັດຈຸບັນ ແລະ ແຜນການຂອງທັງປີ 2020. ທ່ານ ຊີ້ແຈ້ງວ່າ:

        “ຕ້ອງສຸມໃສ່ໄຈ້ແຍກຢ່າງເລິກເຊິ່ງ, ຕີລາຄາຢ່າງຖືກຕ້ອງ, ສ້າງຄວາມເປັນເອກະພາບສູງໃນການສັງເກດກ່ຽວກັບຜົນກະທົບອັນຫຍໍ້ທໍ້ຂອງໂລກລະບາດໂຄວິດ - 19, ການຊຸດໂຊມຂອງເສດຖະກິດໂລກ ແລະ ບັນດາການຜັນແປທີ່ໃຫຍ່ຫຼວງຂອງຕະຫຼາດໂລກ ທີ່ສົ່ງຜົນກະທົບຕໍ່ການປະຕິບັດບັນດາເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ ທີ່ໄດ້ວາງອອກ. ຮັກສາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ສ້າງວຽກເຮັດງານທຳ, ສ້າງລາຍຮັບໃຫ້ແກ່ຊາວຜູ້ອອກແຮງງານ, ຮັບປະກັນຄວາມສະຫງົບປອດໄພ ແລະ ສະຫວັດດີການສັງຄົມ, ຈຳກັດສະພາບການຊຸດໂຊມໃຫ້ຢູ່ໃນລະດັບຕ່ຳສຸດ ແລະ ຟື້ນຟູທ່າເຕີບໂຕ, ຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ຍົກສູງຄຸນນະພາບການເຕີບໂຕ, ລັກສະນະໝັ້ນຄົງໃນການພັດທະນາເສດຖະກິດ - ສັງຄົມ; ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນສັງຄົມ; ຮັກສາສະຖຽນລະພາບດ້ານການເມືອງ, ສະພາບແວດລ້ອມແຫ່ງສັນຕິພາບ, ສະດວກ ເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ.”


ພິທີໄຂກອງປະຊຸມຄັ້ງທີ 13 ຄະນະບໍລິຫານງານສູນກາງພັກ ຊຸດທີ 12 (ພາບ: TTXVN)

ຕາມລາຍການແລ້ວ, ກອງປະຊຸມຄັ້ງທີ 13 ຄະນະບໍລິຫານງານສູນກາງພັກຊຸດທີ 12 ຈະປຶກສາຫາລືກ່ຽວກັບ: ສະພາບການເສດຖະກິດ - ສັງຄົມປີ 2020, ແຜນການພັດທະນາເສດຖະກິດ - ສັງຄົມ ປີ 2021; ສືບຕໍ່ປະຕິບັດສຳເລັດບັນດາຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຊຸດທີ 13 ຂອງພັກ; ວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກ ຊຸດທີ 13 ແລະ ບາງບັນຫາສຳຄັນອື່ນໆ. ກອງປະຊຸມຄະນະບໍລິຫານງານສູນກາງພັກ ຄັ້ງທີ 13 ຊຸດທີ 12 ຈະດຳເນີນຮອດວັນທີ 10 ຕຸລາ 2020 ຈຶ່ງອັດລົງ.

(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top