• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ອອກ​ອາ​ກາດ​ລາຍ​ການ​ໂທ​ລະ​ພາບ​ທຳ​ອິດ

ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນອອກອາກາດລາຍການໂທລະພາບທຳອິດ (7/9/1970 - 7/9/2020) ແລະ ກອງປະຊຸມໃຫ່ຍແຂ່ງຂັນຮັກຊາດໂທລະພາບຫວຽດນາມ (VTV) ໄລຍະ 2020-2025 ໄດ້ຈັດຂຶ້ນໃນວັນທີ 7 ກັນຍາຢູ່ຮ່າໂນ້ຍ.

(ພາບ: vtv.vn)

ວັນທີ 7 ກັນຍາປີ 1970 ໄດ້ອອກອາກາດລາຍການໂທລະພາບທຳອິດຢູ່ຫ້ອງອັດສຽງຂອງວິທພຍຸກະຈາຍສຽງຫວຽດນາມ. ປະຈຸບັນ, ສະຖານີໂທລະພາບຫວຽດນາມມີ 9 ຊ່ອງໂຄສະນາ ດ້ວຍເວລາອອກອາກາດແມ່ນ 120.000 ໂມງໃນປີໜຶ່ງ ພ້ອມກັບນັບຮ້ອຍຊ່ອງໂທລະພາບບໍລິການ. ກ່າວຄຳເຫັນທີ່ພິທີ, ທ່ານນາງດັ້ງທິງອັກທິ້ງ ຮອງປະທານປະເທດຫວຽດນາມ ເນັ້ນໜັກວ່າ:

ຂ້າພະເຈົ້າສະເໜີໃຫ້ການນຳສະຖານີໂທລະພາບຫວຽດນາມ ຈົ່ງສືບຕໍ່ສູ້ຊົນປະຕິບັດໜ້າທີ່ການເມືອງທີ່ໄດ້ມອບໝາຍໃຫ້ເປັນຢ່າງດີ ແລະ ບັນລຸໄດ້ຫຼາຍຜົນງານທີ່ໃຫ່ຍຫຼວງກວ່າອີກ; ຮັກສາບົດບາດນຳໜ້າໃນວຽກງານຖະແຫຼງຂ່າວ, ໂຄສະນາ, ກຳນົດທິດຫາງສຽງ ແລະ ກາຍເປັນສະຖານີໂທລະພາບແຖວໜ້າໃນພາກພື້ນ ແລະ ມີອິດທິພົນຊື່ງສຽງໃນໂລກ, ປະກອບສ່ວນຢ່ສງຕັ້ງໜ້າເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດສັງຄົມນິຍົມຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top