• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ພິທີກໍາ ທ່ີເປັນເອກະລັກ ຂອງຊົນເຜົ່າ ໄຕ

ພາຍຫຼັງທໍາອາຊີບ ໄດ້ໄລຍະໜຶ່ງ, ບັນດາ ໝໍແຖນ (ໝໍເທວະດາ) ຊົນເຜົ່າ ໄຕ ຢູ່ແຂວງ ລ້າງເຊີນ ຈະຈັດພິທີ ຍົກລະດັບ ຊຶ່ງເອີ້ນວ່າ ບອກເລົ່າ ເທວະດາ ຟ້າແຖນ (ຂຶ້ນສູ່ສະຫວັນ). ບອກເລົ່າເທວະດາ ຟ້າແຖນ ເປັນພິທີກໍາ ທາງວັດທະນະທຳ ພື້ນເມືອງ ທີ່ເປັນເອກະ ລັກ ກ່ຽວກັບ ສິລະປະການສະແດງ ມີຄຸນຄ່າພື້ນເມືອງ, ປະກອບ ສ່ວນຜູກພັນ ຄວາມຮັກໄຄ່ຖານບ້ານໃກ້ເຮືອນຄຽງ ຂອງປະຊາຊົນ ບັນດາເຜົ່າ ຢູ່ນະແຫ່ງນີ້. 
ສຳລັບຊົນເຜົ່າ ໄຕ ຢູ່ແຂວງ ລ້າງເຊີນ, ໝໍແຖນ ເປັນຜູ້ມີຄວາມເຊື່ອ ຖືໃນຊຸມຊົນ. ໝໍແຖນ ເປັນຜູ້ມີຄວາມຮູ້ ກ່ຽວກັບຮີດຄອງປະເພນີ, ນັບແຕ່ງານສົບ, ງານແຕ່ງດອງ ຕະຫຼອດຮອດການ ຈັດງານອວຍ ພອນ ໃຫ້ອາຍຸໝັ້ນຂວັນຍືນ... ແລະ ໃນອາຊີບ ຂອງ ໝໍແຖນ ຈະ ຖືກແບ່ງເປັນ ຫຼາຍລະດັບ. ໝໍແຖນ ໃດມີລະດັບຍິ່ງສູງ ຈະຍິ່ງມີ ອຳນາດ ແລະ ຄວາມເຊື່ອຖືຫຼາຍຂຶ້ນ. ຫຼັງຈາກທຳອາຊີບ ໄດ້ໄລຍະ ໜຶ່ງ, ບັນດາໝໍແຖນ ຈະຈັດພິທີອັນຍິ່ງໃຫຍ່ ເພື່ອຍົກລະດັບ.

ບອກເລົ່າ ເທວະດາ ຟ້າແຖນ ເປັນການສະແດງສິລະປະທົ່ວໄປ ປະ ກອບດ້ວຍການຂັັບ, ຟ້ອນ ແລະ ການສະແດງ. ຈັງຫວະແຖນ ບາງຄັ້ງຕໍ່າ, ບາງຄັ້ງສູງ, ບາງຄັ້ງໜັກແໜ້ນ, ບາງຄັ້ງຄຶກຄື້ນ ຊຶ່ງດຶງ ດູດຜູ້ຊົມ. ເຄື່ອງດົນຕີ ໃຊ້ໃນພິທີປະກອບມີ: ກະຈັບປີ່, ໝາກຫິ່ງ, ແສ່ງ, ກອງ, ຄ້ອງ...


ບັນຍາກາດທີ່ເຕັມໄປດ້ວຍສີສັນ ຂອງ ພິທີກໍາ ບອກເລົ່າເທວະດາ ຟ້າແຖນ.


ເຈົ້າຂອງເຮືອນ ກະກຽມແທ່ນບູຊາ ສຳລັບພິທີ.


ແທ່ນບູຊາອັນສັກສິດ ໃນພິທີເລົ່າເທວະດາຟ້າແຖນ.


ໝໍແຖນ ເປັນຜູ້ນຳພາ ໃນການທຳພິທີ ທາງຈິດວິນຍານ ຂອງ ຊົນ ເຜົ່າ ໄຕ.


ໝໍແຖນ ຈຸ່ມໃບຄາຍ ໃສ່ໂອນໍ້າມົນ ແລ້ວ ຊິດນໍ້າມົນ ເພື່ອທຳຄວາມ ສະອາດ ພື້ນທີ່ຈັດພິທີບອກເລົ່າເທວະດາ.


ບອກເລົ່າເທວະດາ ຟ້າແຖນ ເປັນສິລະປະການສະແດງສັງລວມ ປະກອບມີການຂັບ, ຟ້ອນ ແລະ ການສະແດງ. 


ຊົນເຜົ່າ ໄຕ ມັກພັບເຈ້ຍ ເພື່ອເປັນຜ້າກັ້ງ ສຳລັບແທ່ນບູຊາ. 


ໝໍແຖນ ພາຍຫຼັງເຊີນເທວະດາ ມາເຂົ້າຮ່ວມໃນພິທີ. 


ພິທີການກວດນັບເຄື່ອງສັງຄະທານ ເພື່ອຂຶ້ນສູ່ເທບພະເຈົ້າ. 


ໝໍແຖນ ຈະຜູກຝ້າຍຜູກແຂນ ສີແດງ ໃຫ້ເຈົ້າຂອງເຮືອນ ຫຼັງຈາກ ໃຫ້ຄຳອວຍພອນ.


ເຈົ້າຂອງເຮືອນສະແດງຄວາມເຄົາລົບນັບຖື ຕໍ່ໜ້າແທ່ນບູຊາ ເທບ ພະເຈົ້າ.


ນອກຈາກ ກະຈັບປີ່ ເປັນເຄື່ອງດົນຕີ ຕົ້ນຕໍ ສຳລັບການຂັບ ແລະ ຟ້ອນໃນພິທີ ບອກເລົ່າເທວະດາ ຟ້າແຖນ, ໝາກຫິ່ງ ຖືກໃຊ້ເພື່ອ ສ້າງ ຈັງຫວະດົນຕີອີກດ້ວຍ. 


ກະຈັບປີ່ ເປັນເຄື່ອງດົນຕີຕົ້ນຕໍສຳລັບການຂັບ, ຟ້ອນ ແລະ ການ ສະແດງໃນພິທີກຳ. 


ສາກການເຕັ້ນລໍາ ແລະ ຂັບ ເພື່ອສິ້ນສຸດພິທີ.

ພິທີບອກເລົ່າເທວະດາ ຟ້າແຖນ ລວມມີຫຼາຍຂັ້ນຕອນ. ທຳອິດ ໝໍ ແຖນ ຈັດພິທີແຈ້ງ ແລະ ຕ້ອນຮັບຜູ້ໃຫ້ກຳເນີດແຖນ ແລະ ບັນພະ ບຸລຸດເຈົ້າຂອງເຮືອນ ລົງມາສູ່ໂລກມະນຸດ ເພື່ອເປັນສັກຂີພິຍານ. ຕໍ່ ໄປ, ໝໍແຖນ ຈະກວດນັບ ເຄື່ອງສັງຄະທານ ທີ່ຈະຖວາຍ ຕໍ່ເທບ ພະເຈົ້າ. ຫຼັງຈາກກວດນັບ ຈະດຳເນີນ “ພິທີບອກເລົ່າ”. ນີ້ແມ່ນຂັ້ນ ຕອນສຳຄັນທີສຸດ. ໝໍແຖນຈະຂັບ, ອວຍພອນໃຫ້ຄວາມໂຊກລາບ, ແຈກຍັນ, ຜູກຝ້າຍຜູກແຂນສີແດງ ຢູ່ອ້ອມຂໍ້ມືຂອງແຕ່ລະຄົນ. ໝໍ ແຖນ ຈະອວຍພອນໃຫ້ມີສຸຂະພາບ ແລະ ຄວາມຢູ່ຢ່າງສະຫງົບ ໃຫ້ແຕ່ລະຄົນ. ເມື່ອທຸກສິ່ງທຸກຢ່າງ ສຳເລັດຮຽບຮ້ອຍ, ໝໍແຖນ ຈະຂັບລາຍງານ ພິທີທີ່ໄດ້ດຳເນີນໄປຢ່າງຈົບງາມ.

ສຸດທ້າຍແມ່ນການເຕັ້ນລໍາບູຊາ ແລ້ວເຊີນທຸກຄົນ ທ່ີມາຮ່ວມງານ ເຂົ້າຮ່ວມມ່ວນຊື່ນນໍາກັນຈົນຈົບພິທີ.
ບົດ ແລະ ພາບ: ຫວຽດເກື່ອງ - ແປໂດຍ: ບິກລຽນ

ຂຶ້ນ ຫຼັງຄາ ພາກໃຕ້

ຂຶ້ນ “ຫຼັງຄາ ພາກໃຕ້”

ຕັ້ງຢູ່ໃນລະດັບຄວາມສູງ 986 ມ, ພ້ອມອາກາດສົດຊື່ນ, ເຢັນສະ ບາຍ ແລະ ທິວທັດແສນສວຍງາມ, ພູ ບ່າແດນ ໄດ້ຮັບຂະໜານນາມວ່າ “ພູສູງອັນດັບໜຶ່ງ ຂອງ ພາກໃຕ້”, “ຫຼັງຄາ ພາກໃຕ້”. ດ້ວຍຄວາມອຸດົມ ສົມບູນ ຈາກທຳມະຊາດ ແລະ ການລົງທຶນ, ສ້າງຈາກສອງມື ແລະ ມັນສະໝອງ ຂອງ ມະນຸດ, ພູບ່າແດນ ໄດ້ກາຍເປັນຈຸດໝາຍປາຍທາງ ຂອງ ການທ່ອງທ່ຽວທີ່ໜ້າສົນໃຈ ແລະ ບໍ່ຄວນພາດສຳລັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະ ເທດເມື່ອເດີນທາງມາຍັງ ແຂວງ ໄຕນິງ.

Top