• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຈັດຕັ້ງບຸນປີໃໝ່ປະຈຳຊາດ ຫຼື ບຸນເຕັດປີຊວດ 2020

      ຕອນຄ່ຳວັນທີ 18 ມັງກອນ, ສະຖານທູດ ຫວຽດນາມ ປະຈຳ ຈີນ ໄດ້ຈັດຕັ້ງບຸນເຕັດປະຊາຄົມຕ້ອນຮັບລະດູບານໃໝ່ປີຊວດ 2020 ດ້ວຍການເຂົ້າຮ່ວມຂອງພະນັກງານ, ພາລະກອນບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ບັກກິງ ທຸກຖ້ວນໜ້າ ແລະ ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ຈີນ, ນັກສຶກສາພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ຈີນ ເປັນຈຳນວນຫລວງຫລາຍ. 

ສະຖານທູດ ຫວຽດນາມ ປະຈຳ ຈີນ ໄດ້ຈັດຕັ້ງບຸນເຕັດປະຊາຄົມຕ້ອນຮັບລະດູບານໃໝ່ປີຊວດ 2020 
      ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ຟ້າມຊາວມາຍ ໄດ້ແຈ້ງໃຫ້ພໍ່ແມ່ປະຊາຊົນຮັບຊາບກ່ຽວກັບບັນດາຜົນງານເສດຖະກິດ, ການເມືອງ ແລະ ສັງຄົມຂອງ ຫວຽດນາມ ໃນປີ 2019. ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ ຕີລາຄາສູງຈິດໃຈຄວາມສາມັກຄີ, ອຸ້ນຊູຊ່ວຍເຫຼືອເຊິ່ງກັນແລະກັນກໍ່ຄືຈິດໃຈອວາຍໜ້າເມືອຫາບ້ານເກີດເມືອງນອນຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຈີນ.

ລາຍການຕ້ອນຮັບລະດູບານໃໝ່ປີຊວດ 2020 ໃຫ້ພໍ່ແມ່ປະຊາຊົນອາໄສຢູ່ ການາດາ (ພາບ: TTXVN)
      ແລະກໍ່ໃນວັນທີ 18 ມັງກອນ, ຢູ່ນະຄອນ Toronto, ປະເທດ ການາດາ, ສະຫະສະມາຄົມ ການາດາ - ຫວຽດນາມ (CVS) ຈັດຕັ້ງລາຍການຕ້ອນຮັບລະດູບານໃໝ່ປີຊວດ 2020 ໃຫ້ພໍ່ແມ່ປະຊາຊົນອາໄສຢູ່ ການາດາ.
      
 
      ແລະກໍ່ໃນຕອນຄ່ຳວັນທີ 18 ມັງກອນ, ຢູ່ນະຄອນ Ufa, ເມືອງເອກຂອງ ສ.Bashkortostan ຂຶ້ນກັບສະຫະພັນ ລັດເຊຍ, ສະມາຄົມຊາວ ຫວຽດນາມ ອາໄສຢູ່ ສ.Bashkortostan ກໍໄດ້ຈັດຕັ້ງລາຍການສະແດງສິລະປະ ແລະ ງານລ້ຽງຕ້ອນຮັບບຸນເຕັດປີຊວດ 2020.
 (ແຫຼ່ງຄັດຈາກ VOV)
 

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top