• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ວັນ​ແທັງ ຮຽກ​ຮ້ອງ ອາ​ຊຽນ ແລະ ຈີນ ຈົ່ງສາ​ມັກ​ຄີ​ກັນ​ກ່​ວາ​ອີກ, ຊູກ​ຍູ້​ການ​ຮ່ວ​ມ​ມື​ໃນ​ພາກ​ພື້ນ

ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ຢັ້ງຢືນວ່າ ການຮ່ວມມືດ້ານເສດຖະກິດສອງຝ່າຍ ບັນລຸໄດ້ບາດກ້າວພັດທະນາຢ່າງກະໂດດຂັ້ນ, ວົງເງິນການຄ້າສອງຝ່າຍເພີ່ມຂຶ້ນທົບ 80 ເທົ່າໃນໄລຍະ 30 ປີຜ່ານມາ, ຈີນ ແລະ ອາຊຽນ ໄດ້ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງກັນ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທັງ ກ່າວຄຳເຫັນທີ່ພິທີໄຂ (ພາບ:VGP)

ຕອນເຊົ້າວັນທີ 10 ກັນຍາ, ຢູ່ສູນວາງສະແດງ ແລະ ກອງປະຊຸມສາກົນນະຄອນ ນານຫນິງ, ເມືອງເອກຂອງແຂວງ ກວາງຊີ (ທາງພາກໃຕ້ ຈີນ), ໄດ້ດຳເນີນພິທີໄຂງານຕະຫຼາດນັດ ອາຊຽນ - ຈີນ (CAEXPO) ແລະ ກອງປະຊຸມສຸດຍອດກ່ຽວກັບການຄ້າ ອາຊຽນ - ຈີນ (CABIS) ຄັ້ງທີ 18. ກ່າວຄຳເຫັນທີ່ກອງປະຊຸມຕາມຮູບແບບທາງໄກ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທັງ ໄດ້ເນັ້ນໜັກເຖິງເສັ້ນທາງ 30 ປີແຫ່ງການຮ່ວມມື ລະຫວ່າງ ອາຊຽນ - ຈີນ ໄດ້ຮັກສາການໂອ້ລົມສົນທະນາ, ຊຸກຍູ້ການຮ່ວມມືຢ່າງແຮງ ແລະ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາວັດທະນາຖາວອນ ໃນພາກພື້ນ ແລະ ສາກົນ. ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ ການຮ່ວມມືດ້ານເສດຖະກິດສອງຝ່າຍ ບັນລຸໄດ້ບາດກ້າວພັດທະນາຢ່າງກະໂດດຂັ້ນ, ວົງເງິນການຄ້າສອງຝ່າຍເພີ່ມຂຶ້ນທົບ 80 ເທົ່າໃນໄລຍະ 30 ປີຜ່ານມາ, ຈີນ ແລະ ອາຊຽນ ໄດ້ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງກັນ. ສອງຝ່າຍໄດ້ ແລະ ພວມຮ່ວມມືກັນຢ່າງແໜ້ນແຟ້ນ ໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19.

ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ໄດ້ເນັ້ນໜັ້ກເຖິງ 3 ຈຸດສຸມໃນການຮ່ວມມືລະຫວ່າງ ອາຊຽນ ແລະ ຈີນ ໃນໄລຍະຈະມາເຖິງ. ນັ້ນແມ່ນສືບຕໍ່ຍູ້ໄວຂະບວນການຮ່ວມມືເສດຖະກິດ ລະຫວ່າງ ອາຊຽນ ແລະ ຈີນ, ຍາດແຍ່ງກາລະໂອກາດ ເຊິ່ງສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ, ສັນຍາການຄ້າເສລີ ອາຊຽນ - ຈີນ ນຳມາໃຫ້ ໃຫ້ເປັນຢ່າງດີ, ເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດີຈີຕອນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top