
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິງມິນ
ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດກູບາ Bruno Rodriguez
ນະທີ່ນີ້, ສອງຝ່າຍຢັ້ງຢືນວ່າ ພ້ອມແລ້ວທີ່ຈະສົມທົບກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້ການຜັນຂະຫຍາຍບັນດາໝາກຜົນສຳຄັນທີ່ບັນລຸໄດ້ໃນການຢ້ຽມຢາມທາງລັດຖະກິດຢູ່ກູບາຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໃນໂອກາດນີ້, ເປັນເອກະພາບຕໍ່ບັນດາມາດຕະການເພື່ອແນໃສ່ສືບຕໍ່ນຳການພົວພັນ ທີ່ເປັນມູນເຊື້ອອ້າຍນ້ອງແບບພິເສດຫວຽດນາມ - ກູບາ ໃຫ້ນັບມື້ນັບແທດຈິງ ແລະ ມີປະສິດທິຜົນໃນໄລຍະຈະມາເຖິງ, ພິເສດສຸມໃສ່ບັນດາຂົງເຂດທີ່ສອງຝ່າຍມີຄວາມສາມາດບົ່ມຊ້ອນ.
ທີ່ການພົບປະເຈລະຈາ, ສອງຝ່າຍກໍແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບບັນດາບັນຫາໃນພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍໄດ້ແບ່ງປັນຫຼັກໝັ້ນໃນການແກ້ໄຂບັນດາຂໍ້ຂັດແຍ້ງອະທິປະໄຕ ໂດຍສັນຕິວິທີ, ບໍ່ໃຊ້ກຳລັງອາວຸດ ຫຼືນາບຂູ່ນຳໃຊ້ກຳລັງອາວຸດ, ເຄົາລົບບັນດາວິວັດທະນາທາງການການທູດ ແລະ ນິຕິກຳ, ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ບັນດາສົນທິສັນຍາສະຫະປະຊາຊາດທີ່ກ່ຽວຂ້ອງ.