• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນ​າ​ຍົກ​ລັດ​ຖະ​ມົ​ນ​ຕີ ຟ້າມ​ມິງ​ຈິງ: ຕ້ອງ​ຜະ​ລິດ​​​ວັກ​ຊິນ​ກັນ​ໂຄວິດ - 19 ​ໃຫ້ໄວ​ທີ່​ສຸດ​​ເທົ່າທີ່​​ຈະ​ໄວ​ໄດ້

ເພື່ອຄວບຄຸມໄດ້ໂລກລະບາດໂດຍໄວ, ປະຕິບັດການພັດທະນາເສດຖະກິດ - ສັງຄົມ, ນຳຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບເປັນປົກກະຕິ, ໜຶ່ງໃນບັນດາມາດຕະການສຳຄັນແຖວໜ້າແມ່ນຕ້ອງມີວັນຊິນກັນໂຄວິດ - 19 ຢ່າງຄົບຖ້ວນໂດຍໄວທີ່ສຸດ ແລະ ເປັນເຈົ້າການກ່ຽວກັບວັກຊິນກັນໂຄວິດ - 19 ຕ້ອງໄດ້ຮັບການຜະລິດພາຍໃນປະເທດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ວັນທີ 26 ກໍລະກົດ, ແຈ້ງການສະຫຼຸບຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢູ່ກອງປະຊຸມ ກ່ຽວກັບການຄົ້ນຄ້ວາ, ຜະລິດວັກຊິນກັນໂຄວິດ - 19 ພາຍໃນປະເທດ ແລະ ທາງອອນລາຍກັບໜ່ວຍງານພິເສດ ຂອງລັດຖະບານ ຢູ່ນະຄອນໂຮ່ຈີມິນ ໄດ້ເນັ້ນໜັ້ກວ່າ ໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງໄວ, ສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ.

ເພື່ອຄວບຄຸມໄດ້ໂລກລະບາດໂດຍໄວ, ປະຕິບັດການພັດທະນາເສດຖະກິດ - ສັງຄົມ, ນຳຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບເປັນປົກກະຕິ, ໜຶ່ງໃນບັນດາມາດຕະການສຳຄັນແຖວໜ້າແມ່ນຕ້ອງມີວັນຊິນກັນໂຄວິດ - 19 ຢ່າງຄົບຖ້ວນໂດຍໄວທີ່ສຸດ ແລະ ເປັນເຈົ້າການກ່ຽວກັບວັກຊິນກັນໂຄວິດ - 19 ຕ້ອງໄດ້ຮັບການຜະລິດພາຍໃນປະເທດ.

ບັນດາກະຊວງ, ອົງການທີ່ກ່ຽວຂ້ອງຕ້ອງສະຫງວນຄວາມເອົາໃຈໃສ່ເປັນພິເສດ ເພື່ອຜະລິດ ວັກຊິນກັນໂຄວິດ - 19 ພາຍໃນ ປະເທດ ໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້.ຂັ້ນຕອນ, ການປະຕິບັດລະບຽບການ ອາດຈະຫຼຸດລົງທີ່ສຸດ, ແຕ່ຕ້ອງຖື ຊີວິດອິນຊີ, ສຸຂະພາບຂອງປະຊາຊົນເໜືອກ່ວາສິ່ງໃດໝົດ ແລະ ຕ້ອງຮັບປະກັນບັນດາຫຼັກການ, ຂໍ້ກຳນົດດ້ານນິຕິກຳ, ວິທະຍາສາດ ແລະ ພຶດຕິກຳຕົວຈິງ.

ກະຊວງສາທາລະນະສຸກ ໄດ້ສົມທົບກັບບັນດາອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ສືບຕໍ່ຊີ້ນຳ, ຊຸກຍູ້ວິວັດການຄົ້ນຄ້ວາ, ທົດລອງການສັກຕໍ່ຄົນໄລຍະທີ 2 ແລະ ມີແຜນການຕໍ່ໄປຂອງການຄົ້ນຄ້ວາໂດຍໄວ, ທົດລອງສັກຕໍ່ຄົນໄລຍະທີ 3 ຂອງບັນດາວັກຊິນ ທີ່ພວມໄດ້ຮັບການການຄົ້ນຄ້ວາ ແລະ ຜະລິດພາຍໃນປະເທດ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top