• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນຂັ້ນສູງ ກອງທັບປະຊາຊົນຫວຽດນາມ ຢ້ຽມຢາມ ລາຊະອານາຈັກກໍາປູເຈຍ ຢ່າງເປັນທາງການ

      ໂດຍໄດ້ຮັບຄໍາເຊີນຂອງທ່ານພົນເອກ Vong Pisen, ຜູ້ບັນຊາການໃຫຍ່ກອງທັບລາຊະອານາຈັກ ກໍາປູເຈຍ, ຄະນະຜູ້ແທນຂັ້ນສູງ ກອງທັບປະຊາຊົນຫວຽດນາມ ໂດຍທ່ານ ພົນໂທ ຟານວັນຢາງ, ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນໍາໜ້າ ໄດ້ເດີນທາງຢ້ຽມຢາມລາຊະອານາຈັກ ກໍາປູເຈຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 30 ຕຸລາ - 02 ພະຈິກ 2019.

ທ່ານ ພົນໂທ ຟານວັນຢາງ, ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ (ພາບ: TTXVN)
      ການຢ້ຽມຢາມລາຊະອານາຈັກ ກໍາປູເຈຍຂອງທ່ານພົນໂທ ຟານວັນຢາງ ແລະ ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນຫວຽດນາມຄັ້ງນີ້ ແມ່ນເພື່ອແນໃສ່ເພີ່ມທະວີການພົວພັນໄມຕີຈິດມິດຕະພາບ, ຜັນຂະຫຍາຍບົດບັນທຶກຊ່ວຍຈໍາສະບັບຕ່າງໆທີ່ການນໍາຂັ້ນສູງສອງປະເທດໄດ້ລົງນາມ, ນໍາບັນດາເນື້ອໃນການຮ່ວມມືດ້ານປ້ອງກັນຊາດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ບັນລຸປະສິດທິຜົນ ແລະ ແທດຈິງ ເຊິ່ງເປັນໜຶ່ງໃນບັນດາເສົາຄໍ້າສໍາຄັນໃນການພົວພັນໄມຕີຈິດມິດຕະພາບ, ການຮ່ວມມືຮອບດ້ານ, ໝັ້ນຄົງຂະໜົງແກ່ນ ລະຫວ່າງສອງປະເທດຫວຽດນາມ - ກໍາປູເຈຍ.  
        ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍ ຈະຕີລາຄາໝາກຜົນຂອງການຈັດຕັ້ງປະຕິບັດບັນດາເນື້ອໃນການຮ່ວມມືໃນໄລຍະຜ່ານມາ ແລະ ແລກປ່ຽນ, ຕົກລົງບັນດາມາດຕະການຮ່ວມມືໃນໄລຍະຈະມາເຖິງ ລະຫວ່່າງກອງເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ກັບ ກອງບັນຊາການໃຫຍ່ກອງທັບລາຊະອານາຈັກ ກໍາປູເຈຍ. ນອກຈາກນັ້ນ, ທ່ານພົນໂທ ຟານວັນຢາງ ເຂົ້າຢ້ຽມຂໍ່ານັບລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ນາຍົກລັດຖະມົນຕີ ກໍາປູເຈຍ; ຕາງໜ້າກະຊວງປ້ອງກັນປະເທດຫວຽດນາມ ປະດັບຫຼຽນໄຊ ຂອງ ລັດຫວຽດນາມ ໃຫ້ແກ່ກົມກອງ, ສ່ວນບຸກຄົນຂອງກອງທັບລາຊະອານາຈັກ ກໍາປູເຈຍ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ.

Top