• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນພັກຝ່າຍຊ້າຍເຢຍລະມັນຢ້ຽມຢາມແລະເຮັດວຽກຢູ່ຫວຽດນາມ

ວັນທີ 20 ພະຈິກ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ໄດ້ຕາງໜ້າໃຫ້ພັກກອມມູນິດຫວຽດນາມ ຕ້ອນຮັບຄະນະຜູ້ແທນພັກຝ່າຍຊ້າຍຂອງເຢຍລະມັນ ໂດຍທ່ານນາງ Simone Oldenburg, ຮອງປະທານພັກ, ເປັນຫົວໜ້າຄະນະ, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແລະ ເຂົ້າຮ່ວມການສົນທະນານະໂຍບາຍຄັ້ງທີ 2 ລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກຝ່າຍຊ້າຍເຢຍລະມັນ.


ທ່ານນາງ ເຈືອງທິມາຍ ຕ້ອນຮັບທ່ານນາງ Simone Oldenburg

(ພາບ: TTXVN)

ທ່ານນາງ ເຈືອງທິມາຍ ຢືນຢັນວ່າ, ພັກ ແລະ ລັດຫວຽດນາມ ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແກ່ການພັດທະນາສາຍພົວພັນຮ່ວມມືກັບສ.ເຢຍລະມັນ, ເຊິ່ງແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງຫວຽດນາມ ຢູ່ເອີລົບ ແລະ ປາດຖະໜາວ່າ 2 ຝ່າຍຈະຕັ້ງໜ້າຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ພັກ, ຜ່ານນັ້ນ ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ພັກ.

        ກ່ອນໜ້ານັ້ນ, ໃນຂອບເຂດການຢ້ຽມຢາມຂອງຄະນະຜູ້ແທນພັກຝ່າຍຊ້າຍເຢຍລະມັນ, 2 ພັກໄດ້ຈັດຕັ້ງການສົນທະນາໂຍບາຍຄັ້ງທີ 1 ຢູ່ຮ່າໂນ້ຍ. ນະທີ່ນີ້, 2 ຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນໃນການແກ້ໄຂການພົວພັນລະຫວ່າງບັນດາປັດໃຈ “ເສດຖະກິດການຕະຫຼາດ” ແລະ “ສັງຄົມນິຍົມ”, ລະຫວ່າງ “ຕະຫຼາດ” ແລະ “ລັດ”; ລັກສະນະດີເລີດ ກໍຄືບັນດາສິ່ງທ້າທາຍສຳລັບພື້ນຖານເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມຢູ່ຫວຽດນາມ…

(ແຫຼ່ງຄັດຈາກ VOV)


ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top