• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະແໜງການທ່ອງທ່ຽວຫວຽດນາມວາງຄາດໝາຍຍອດລາຍຮັບຈະບັນລຸໄດ້ 7 ແສນຕື້ດົງໃນປີ 2019

      ປີ 2019, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຈະສູ້ຊົນບັນລຸໄດ້ຄາດໝາຍຕ້ອນຮັບ ແລະ ຮັບໃຊ້ແຂກທ່ອງທ່ຽວ 103 ລ້ານເທື່ອຄົນ, ໃນນັ້ນມີ ແຂກທ່ອງທ່ຽວສາກົນ 18 ລ້ານເທື່ອຄົນ, ລວມຍອດລາຍຮັບຈາກແຂກທ່ອງທ່ຽວໃຫ້ບັນລຸ້ 7 ແສນຕື້ດົງ.

(ພາບປະກອບ: vietnamtourism.gov.vn)
      ທ່ານ ຫງວຽນຈູ່ງແຄ໋ງ, ຫົວໜ້າກົມໃຫຍ່ທ່ອງທ່ຽວ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທຽວ ຫວຽດນາມ ໃຫ້ຮູ້ວ່າ ເພື່ອບັນລຸໄດ້ຄາດໝາຍທີ່ວາງໄວ້, ໃນປີ 2019 ຂະແໜງທ່ອງທ່ຽວໄດ້ວາງອອກບາງມາດຕະການແກ້ໄຂຄື: ຕັ້ງໜ້າເປັນເຈົ້າການໃນການຍູ້ແຮງວຽກງານກວດກາ,    ເພີ່ມທະວີການສົມທົບກັບບັນດາທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງເພື່ອແກ້ໄຂການລະເມີດຢ່າງເຄັ່ງຂັດ, ແກ້ໄຂບັນດາສິ່ງຈຳກັດໃນການພັດທະນາຂະແໜງທ່ອງທ່ຽວ. ເພີ່ມທະວີບັນດາຂໍ້ມູນຂ່າວສານຢ່າງເປີດເຜີຍ, ໂປ່ງໃສກ່ຽວກັບດ້ານລາຄາ, ຄຸນນະພາບການບໍລິການ ແລະ ຜະລິດຕະພັນທ່ອງທ່ຽວ ເພີ່ມທະວີແຫຼ່ງກຳລັງເພື່ອຍູ້ແຮງການໂຄສະນາພາບພົດຂອງຂະແໜງການທ່ອງທ່ຽວຫວຽດນາມ ທັງຢູ່ພາຍໃນ ແລະ ຕ່າງປະເທດ.
 (ແຫຼ່ງຄັດຈາກ VOV)


 

ເກືອບ 40 ປະ​ເທດ​ຈົດ​ທະ​ບຽນ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ 2026

ເກືອບ 40 ປະ​ເທດ​ຈົດ​ທະ​ບຽນ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ 2026

ດ້ວຍ​ຫົວ​ຂໍ້ “ສັນ​ຕິ​ພາບ - ມິດ​ຕະ​ພາບ - ຮ່ວມ​ມື​ພ້ອມ​ກັນ​ພັດ​ທະ​ນາ”, ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ 2026 ຈະ​ດຳ​ເນີນ​ແຕ່​ວັນ​ທີ 10 – 13 ທັນ​ວາ, ຢູ່​ສະ​ໜາມ​ບິນ​ຢາ​ເລິມ ຮ່າ​ໂນ້ຍ.

Top