ປີ 2019, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຈະສູ້ຊົນບັນລຸໄດ້ຄາດໝາຍຕ້ອນຮັບ ແລະ ຮັບໃຊ້ແຂກທ່ອງທ່ຽວ 103 ລ້ານເທື່ອຄົນ, ໃນນັ້ນມີ ແຂກທ່ອງທ່ຽວສາກົນ 18 ລ້ານເທື່ອຄົນ, ລວມຍອດລາຍຮັບຈາກແຂກທ່ອງທ່ຽວໃຫ້ບັນລຸ້ 7 ແສນຕື້ດົງ.
(ພາບປະກອບ: vietnamtourism.gov.vn)
ທ່ານ ຫງວຽນຈູ່ງແຄ໋ງ, ຫົວໜ້າກົມໃຫຍ່ທ່ອງທ່ຽວ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທຽວ ຫວຽດນາມ ໃຫ້ຮູ້ວ່າ ເພື່ອບັນລຸໄດ້ຄາດໝາຍທີ່ວາງໄວ້, ໃນປີ 2019 ຂະແໜງທ່ອງທ່ຽວໄດ້ວາງອອກບາງມາດຕະການແກ້ໄຂຄື: ຕັ້ງໜ້າເປັນເຈົ້າການໃນການຍູ້ແຮງວຽກງານກວດກາ, ເພີ່ມທະວີການສົມທົບກັບບັນດາທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງເພື່ອແກ້ໄຂການລະເມີດຢ່າງເຄັ່ງຂັດ, ແກ້ໄຂບັນດາສິ່ງຈຳກັດໃນການພັດທະນາຂະແໜງທ່ອງທ່ຽວ. ເພີ່ມທະວີບັນດາຂໍ້ມູນຂ່າວສານຢ່າງເປີດເຜີຍ, ໂປ່ງໃສກ່ຽວກັບດ້ານລາຄາ, ຄຸນນະພາບການບໍລິການ ແລະ ຜະລິດຕະພັນທ່ອງທ່ຽວ ເພີ່ມທະວີແຫຼ່ງກຳລັງເພື່ອຍູ້ແຮງການໂຄສະນາພາບພົດຂອງຂະແໜງການທ່ອງທ່ຽວຫວຽດນາມ ທັງຢູ່ພາຍໃນ ແລະ ຕ່າງປະເທດ.
(ແຫຼ່ງຄັດຈາກ VOV)