• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການສົນທະນານະໂຍບາຍປ້ອງກັນຊາດຫວຽດນາມ-ກຳປູເຈຍຄັ້ງທີ 4

      2 ຝ່າຍໄດ້ຕີລາຄາກ່ຽວກັບໝາກຜົນການຮ່ວມມືດ້ານປ້ອງກັນຊາດຂອງ 2 ປະເທດໃນໄລຍະຜ່ານມາ ແລະ ເປັນເອກະພາບຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ.

ພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ
(ພາບ: TTXVN)
      ການສົນທະນາດ້ານປ້ອງກັນຊາດຫວຽດນາມ - ກຳປູເຈຍ ຄັ້ງທີ 4 ໄດ້ດຳເນີນໃນວັນທີ 23 ກໍລະກົດ, ຢູ່ນະຄອນຫຼວງພະນົມເປັນ, ປະເທດກຳປູເຈຍ, ພາຍໃຕ້ການເປັນປະທານຮ່ວມຂອງພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ພົນເອກ  Neang Phat, ລັດຖະມົນຕີການຕ່າງປະເທດຜູ້ປະຈຳການກະຊວງປ້ອງກັນປະເທດກຳປູເຈຍ.
        ທີ່ການເຈລະຈາ, 2 ຝ່າຍໄດ້ຕີລາຄາກ່ຽວກັບໝາກຜົນການຮ່ວມມືດ້ານປ້ອງກັນຊາດຂອງ 2 ປະເທດໃນໄລຍະຜ່ານມາ ແລະ ເປັນເອກະພາບຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ. 2 ຝ່າຍໄດ້ເຫັນດີເປັນເອກະພາບຄວາມຮັບຮູ້ລວມກ່ຽວກັບບັນດາບັນຫາຍຸດທະສາດສົ່ງຜົນກະທົບເຖິງການເມືອງ, ຄວາມໝັ້ນຄົງຂອງ 2 ປະເທດ, ພ້ອມທັງຢືນຢັນວ່າ, ໃນສະພາບການປະຈຸບັນ, 2 ປະເທດຄວນເພີ່ມທະວີການພົວພັນດ້ານປ້ອງກັນຊາດ 2 ຝ່າຍ, ຮັກສາ ແລະ ປັບປຸງການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ກຳປູເຈຍ. 2 ຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບສະພາບຄວາມໝັ້ນຄົງດ້ານການເມືອງຢູ່ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
 (ແຫຼ່ງຄັດຈາກ VOV)
 

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄປຮອດ ບາງກອກ, ສືບຕໍ່ການຢ້ຽມຢາມ ໄທ ຢ່າງເປັນທາງການ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄປຮອດ ບາງກອກ, ສືບຕໍ່ການຢ້ຽມຢາມ ໄທ ຢ່າງເປັນທາງການ

ຕອນຄ່ຳວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບການນຳ TCC Group ຂອງ ໄທ.

Top