• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ AIPA 41 ສືບ​ຕໍ່​ມື​ເຮັດ​ວຽກ​ທີ 2 ໂດຍ​ປຶກ​ສາ​ຫາ​ລືຫຼາຍ​ບັນ​ດາ​ສຳ​ຄັນ

ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ລະຫວ່າງ ຊາດອາຊຽນ (AIPA) ຄັ້ງທີ 41 ດ້ວຍຫົວຂໍ້ “ການທູດລັດຖະສະພາເພື່ອປະຊາຄົມ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ໄດ້ດຳເນີນໃນລະຫວ່າງວັນທີ 8 – 10 ກັນຍາ 2020, ດ້ວຍຮູບການທາງອອນລາຍ, ໃນວັນທີ 9 ກັນຍາ, ກອງປະຊຸມສະມັດຊາໃຫຍ່ AIPA 41 ສືບຕໍ່ມື້ເຮັດວຽກທີ 2 ເພື່ອປຶກສາຫາລືຫຼາຍບັນຫາສຳຄັນ.

ທ່ານນາງ ຫງວຽນທິກິມເງິນປະທານສະພາແຫ່ງຊາດຫວຽດນາມ ກ່າວຄຳເຫັນໄຂກອງປະຊຸມສະມັດຊາໃຫຍ່ AIIPA 41 (ພາບ: TTXVN)

ໃນວັນ ທີ 9 ກັນຍາ, ຈະດຳເນີນບັນດາກອງປະຊຸມຂອງ ຄະນະກຳມາທິການການເມືອງ, ຄະນະກຳມາທິການເສດຖະກິດ, ຄະນະກຳມະການ ສັງຄົມ ແລະ ຄະນະກຳມາທິການຈັດຕັ້ງ. ຄະນະກຳມາທິການເສດຖະກິດ ຄາດວ່າ ຈະພິຈາລະນາ, ຮັບຮອງເອົາມະຕິຕົກລົງວ່າດ້ວຍບົດບາດຂອງລັດຖະສະພາໃນການຊຸກຍູ້ການສະໜິດຕິດພັນ ແລະ ຟື້ນຟູເສດຖະກິດ ອາຊຽນ ພາຍຫຼັງ ໂລກລະບາດ Covid – 19. ຄະນະກຳມາທິການສັງຄົມຄາດວ່າຈະພິຈາລະນາ, ຮັບຮອງເອົາມະຕິຕົກລົງວ່າດ້ວຍການເພີ່ມທະວີບົດບາດຂອງ AIPA ໃນການສ້າງປະຊາຄົມວັດທະນະທຳ - ສັງຄົມ ອາຊຽນໃຫ້ເປັນເຈົ້າການຮັບມືກັບໂລກລະບາດ Covid – 19.
(ແຫຼ່ງຄັດຈາກ VOV)

4 ເດືອນ​ປະ​ຕິ​ບັດ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ 2 ຂັ້ນ: ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ທຳ​ອິດ ແລະ ການ​ກຳ​ນົດ​ທິດ​ໃຫ້​ແກ່ໄລຍະ​ທາງ​ຕໍ່​ໄປ

4 ເດືອນ​ປະ​ຕິ​ບັດ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ 2 ຂັ້ນ: ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ທຳ​ອິດ ແລະ ການ​ກຳ​ນົດ​ທິດ​ໃຫ້​ແກ່ໄລຍະ​ທາງ​ຕໍ່​ໄປ

ພາຍຫຼັງເວລາ 4 ເດືອນທີ່ຜັນຂະຫຍາຍ ຮູບແບບອຳນາດການປົກຄອງ 2 ຂັ້ນ, ຫວຽດນາມ ບັນລຸໄດ້ບັນດາຜົນສຳເລັດໃນເບື້ອງຕົ້ນ ໃນການຈັດຕັ້ງຮູບແບບບໍລິຫານຄືນໃໝ່. ໄລຍະເວລານີ້ໄດ້ສະແດງໃຫ້ເຫັນວິທີກົງຈັກດັດປັບຕໍ່ການປ່ຽນແປງ, ວິທີ ປຊຊ ຮັບຮູ້ ແລະ ສິ່ງສຳຄັນກວ່າແມ່ນຮູບແບບນີ້ພວມເປີດການກຳນົດທິດໃຫ້ແກ່ໄລຍະທາງຕໍ່ໄປ.

Top