• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຸດຍອດອາຊີຕາເວັກອອກ ຄັ້ງທີ 14

ຕອນບ່າຍວັນທີ 4 ພະຈິກ, ຢູ່ປະເທດໄທ, ກອງປະຊຸມສຸດຍອດຕາເວັກອອກອາຊີ ຄັ້ງທີ 14 (EAS 14) ຖືກຈັດຂຶ້ນຢູ່ປະເທດໄທ. ທີ່ກອງປະຊຸມ, ບັນດາປະເທດ ໄດ້ໃຊ້ເວລາສ່ວນຫຼາຍເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ທະເລຕາເວັນອອກ.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 14 (ພາບ: TTXVN) 
ບັນດາປະເທດສ່ວນຫຼາຍ ຮຽກຮ້ອງໃຫ້ອົດກັ້ນ, ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ເຄົາລົບກົດໝາຍສາກົນ, ໃນນັ້ນ ມີ ກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982). ບັນດາປະເທດກໍເນັ້ນໜັກເຖິງຄວາມສໍາຄັນຂອງການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ລະຫວ່າງ ອາຊຽນ ແລະ ຈີນ ໃຫ້ມີຜົນບັງຄັບໃຊ້, ມີປະສິດທິຜົນ ແລະ ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນ ມີ UNCLOS 1982 ໂດຍໄວ. ພ້ອມກັນນັ້ນ, ທ່ານຍັງເນັ້ນໜັກເຖິງຄວາມສໍາຄັນຂອງ EAS  ເຊິ່ງເປັນເວທີເພື່ອເຈລະຈາ ແລະ ຮ່ວມມືເພື່ອເປົ້າໝາຍລວມ ແມ່ນ ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ນ. ທ່ານ ຫງວຽນຊວັນຟຸກ ກໍກ່າວສະໜັບສະໜູນ EAS ຖືການປະຕິບັດກົດໝາຍສາກົນເປັນສໍາຄັນ, ຊຸກຍູ້ການສ້າງບັນດາມາດຕະຖານໃນການປະພຶດ ແລະ ຂອບເຂດຂອງການພົວພັນ ບົນພື້ນຖານຂໍ້ກໍານົດກົດໝາຍລະຫວ່າງບັນດາປະເທດໃນພາກພື້ນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ທະເລຕາເວັນອອກ ຍັງບໍ່ທັນໝັ້ນຄົງຢ່າງແທ້ຈິງເທື່ອ ແລະ ຍັງມີຫຼາຍເລື່ອງທີ່ໜ້າວິຕົກກັງວົນ, ໄປຝືນກັບກົດໝາຍສາກົນ ເຊິ່ງອາດຈະສົ່ງຜົນສະທ້ອນເຖິງສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ສະນັ້ນ ທ່ານສະເໜີໃຫ້ບັນດາປະເທດຍູ້ແຮງການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ສ້າງຕັ້ງ ແລະ ແບ່ງປັນບັນດາມາດຕະຖານໃນການປະພຶດ, ປະຕິບັດ DOC ໃຫ້ເຂັ້ມງວດ ແລະ ສ້າງກົດແຫ່ງການປະພຶດ COC ໃຫ້ມີຜົນສັກສິດ ແລະ ມີປະສິດທິຜົນສອດຄ່ອງກັບກົດໝາຍສາກົນ ເພື່ອ ທະເລຕາເວັນອອກ ແຫ່ງສັນຕິພາບ, ຮ່ວມມື ແລະ ພັດທະນາຢ່າງວັດທະນາຖາວອນ.
(ແຫຼ່ງຄັດຈາກ VOV)

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ທົ່ວປະເທດ ຫວຽດນາມ ໄດ້ຈັດພິທີປະກາດມະຕິ, ຂໍ້ຕົກລົງສະບັບຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການໂຮມຫົວໜ່ວຍບໍລິຫານຂັ້ນແຂວງ, ຕາແສງ, ສ້າງຕັ້ງອົງການຈັດຕັ້ງພັກ

Top