ພ້ອມກັນສູ້ຊົນສ້າງປະຊາຄົມ ອາຊຽນ ແຫ່ງວັດທະນາຖາວອນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ
ແຈ້ງການຮ່ວມທີ່ໄດ້ການນຳ ລັດຖະສະພາ ບັນດາສະມາຊິກອາຊຽນ ລົງນາມ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງ ຫົວຂໍ້ “ພັດທະນາສາຍພົວພັນຮ່ວມມືລະຫວ່າງລັດຖະສະພາໃນຂົງເຂດເຕັກນິກດີຈີຕອນແບບກວມລວມ ມຸ່ງໄປເຖິງການສ້າງປະຊາຄົມ ອາຊຽນ 2025” ຂອງກອງປະຊຸມສະມັດຊາໃຫຍ່ AIPA – 42 ມີລັກສະນະກວມລວມ, ຊຸກຍູ້ ແລະ ສ້າງເງື່ອນໄຂໃຫ້ ເຕັກນິກດີຈີຕອນແບບກວມລວມ ເພື່ອສືບຕໍ່ພັດທະນາສາຍພົວພັນຮ່ວມມືລະຫວ່າງລັດຖະສະພາ ໃນສະພາບການໂລກລະບາດ, ເນັ້ນໜັກບົດບາດຂອງບັນດາທ່ານຜູ້ແທນໃນການໜູນຊ່ວນວິໄສທັດ ອາຊຽນ ປີ 2025, ມຸ່ງສູ່ປະຊາຊົນ ມີຄວາມສະໜິດຕິດພັນດ້ານການເມືອງ, ເຊື່ອມຕໍ່ດ້ານເສດຖະກິດ ແລະ ການແບ່ງປັນຄວາມຮັບຜິດຊອບກັບສັງຄົມ.
ຕີລາຄາກ່ຽວກັບຜົນສຳເລັດຂອງກອງປະຊຸມສະມັດຊາໃຫຍ່ AIPA – 42, ທ່ານ Abdul Rahman Taib Pehin Orang Kaya Seri Lela, ປະທານກອງປະຊຸມສະມັດຊາໃຫຍ່ AIPA – 42, ປະທານສະພານິຕິບັນຍັດ ບຣູໄນ Darussalam ໄດ້ເນັ້ນໜັກວ່າ ບັນດາທ່ານຜູ້ແທນ AIPA ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ, ມີການປະກອບສ່ວນໃນແຜນການເຮັດວຽກຂອງ AIPA-42 ຢ່າງມີປະສິດທິຜົນ ແລະ ນີ້ເປັນຜົນສຳເລັດລວມຂອງ AIPA.
ທ່ານ Abdul Rahman Taib Pehin Orang Kaya Seri Lela ຍັງເນັ້ນໜັກວ່າ ກອງປະຊຸມສະມັດຊາໃຫຍ່ AIPA – 42 ໄດ້ຈັດຂຶ້ນບົນຈິດໃຈສາມັກຄີ, ມິດຕະພາບ ແລະ ຈິດໃຈລວມຂອງ ອາຊຽນ.
ການນຳສະພາແຫ່ງຊາດບັນດາປະເທດສະມາຊິກ ອາຊຽນ ສະແດງຄວາມເຫັນດີເຫັນພ້ອມວ່າ ຈະພ້ອມກັບ ອາຊຽນ ຮັບມືກັບໂລກລະບາດ ໂຄວິດ-19, ແກ້ໄຂຄວາມຫຍຸ້ງຍາກເພື່ອຟື້ນຟູເສດຖະກິດ, ປັບປຸງຄວາມສາມັກຄີພາຍໃນກຸ່ມ, ສະແດງໃຫ້ເຫັນຮູບພາບ ອາຊຽນ ໜຶ່ງມີຄວາມຮັບຜິດຊອບ, ພ້ອມແລ້ວທີ່ສົມທົບກັນ ເພື່ອຮັບມືກັບບັນດາບັນຫາທີ່ເກີດຂຶ້ນ.
ຄະນະກຳມະການ ເສດຖະກິດ ໄດ້ຮັບຮອງເອົາມະຕິຕົກລົງ ກ່ຽວກັບ “ຊຸກຍູ້ ອາຊຽນ ດີຈີຕອນ ມີລັກສະນະກວມລົມ ແນໃສ່ ຍົກສູງຄວາມສາມາດແກ່ງແຍ້ງກັນໃຫ້ແກ່ວິສາຫະກິດ ຂະໜາດນ້ອຍສຸດ, ຂະໜາດນ້ອຍ, ຂະໜາດປານກາງ ແລະ ເພີ່ມທະວີການເຊື່ອມໂຍງເສດຖະກິດ ອາຊຽນ” ແລະ ມະຕິຕົກລົງກ່ຽວກັບ “ຟື້ນຟູເສດຖະກິດພາຍຫຼັງໂລກລະບາດ: ການຮ່ວມມືດ້ານທ່ອງທ່ຽວໃນ ອາຊຽນ”.
ຄະນະກຳມະການ ສັງຄົມ ໄດ້ຮັບຮອງເອົາມະຕິຕົກລົງກ່ຽວກັບ “ເພີ່ມທະວີການຮ່ວມມື ແລະ ຍູ້ແຮງເຕັກນິກດີຈີຕອນແບບກວມລວມ ເພື່ອຫຼຸດຜ່ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ”, ມະຕິຕົກລົງກ່ຽວກັບ “ນຳບັນດາເປົ້າໝາຍ ພັດທະນາແບບຍືນຍົງຄົງຕົວ ອອກໄປສູ່ທົ່ວໂລກ ເພື່ອປະຕິບັດຂັ້ນລະດັບຊາດຢ່າງມີປະສິດທິຜົນ”, ມະຕິຕົກລົງກ່ຽວກັບບົດບາດຂອງເຕັກໂນໂລຊີ ສ້າງຄວາມສະດວກໃຫ້ແກ່ຜູ້ເຂົ້າຮ່ວມການເລືອກຕັ້ງຫຼາຍກວ່າ.
ບັນດາມະຕິຕົກລົງດັ່ງກ່າວ ລ້ວນແຕ່ຫັນໄປເຖິງເປົ້າໝາຍປະຕິບັດແຜນສັງລວມ ເຕັກນິກ ດີຈີຕອນ ອາຊຽນ 2025, ໄດ້ສະເໜີອອກເມື່ອຕົ້ນປີ ນີ້ ແນໃສ່ເປັນເອກະສັນກັນ ວິໄສທັດ ກ່ຽວກັບອະນາຄົດເຕັກນິກ ດີຈີຕອນ ຂອງກຸ່ມ ອາຊຽນ.
ກ່າວປາໄສທີ່ບັນດາກອງປະຊຸມ, ການນຳສະພາແຫ່ງຊາດ ບັນດາປະເທດ ອາຊຽນ ລ້ວນແຕ່ເນັ້ນໜັກເຖິງບົດບາດຂອງເຕັກນິກ ດີຈີຕອນ ໃນສະພາບການໂລກລະບາດ ໂຄວິດ-19 ພວມນຳມາສິ່ງທ້າທາຍທີ່ບໍ່ເຄີຍເຫັນມາກ່ອນ ໃຫ້ແກ່ ອາຊຽນ.
ການສວຍໂອກາດພັດທະນາຈາກເຕັກນິກ ດີຈີຕອນ ມີຄວາມໝາຍສຳຄັນ ເພື່ອຊຸກຍູ້ການຟື້ນຟູເສດຖະກິດ, ເພີ່ມທະວີ ການເຊື່ອມຕໍ່, ຍົກສູງຖານະບົດບາດຂອງ ອາຊຽນ ໃນອະນາຄົດ.
ນອກຈາກສຸມໃສ່ເຂົ້າໃນບັນດາມາດຕະການຊຸກຍູ້ກໍ່ສ້າງປະຊາຄົມ ເຕັກນິກ ດີຈີຕອນ ອາຊຽນ, ຮັບມືກັບໂລກລະບາດ ໂຄວິດ-19 ແລະ ຟື້ນຟູເສດຖະກິດ ພາຍຫຼັງໂລກລະບາດ, ທີ່ກອງປະຊຸມສະມັດຊາໃຫຍ່ AIPA – 42, ລະດັບຄວາມສຳຄັນຂອງການປັບປຸງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ກໍ່ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງ.
ໃນພິທີອັດກອງປະຊຸມ, ປະທານ AIPA – 42, ປະທານສະພານິຕິບັນຍັດ ບຣູໄນ Darussalam ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືລັດຖະສະພາ, ພິເສດ ແມ່ນບັນດາຄຳໝັ້ນສັນຍາຂອງ AIPA ໃນການກໍ່ສ້າງປະຊາຄົມ ອາຊຽນ ເພື່ອສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນລອມ ໃຫ້ແກ່ພາກພື້ນ.
ບັນດາຄຳຄິດຄຳເຫັນ ກໍ່ເປັນເອກະສັນກັນ ກ່ຽວກັບບັນດາບຸລິມະສິດຂອງ AIPA ກໍ່ຄື ອາຊຽນ ແມ່ນຖືກປະຊາຊົນເປັນໃຈກາງ, ຮັບຟັງຄວາມຄິດເຫັນຂອງປະຊາຊົນ, ສຸມໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນ ຍ້ອນ ໂຄວິດ-19 ສ້າງຂຶ້ນ.
ຫວຽດນາມ ມີຄວາມຕັ້ງໜ້າ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບປະກອບສ່ວນເຂົ້າໃນເນື້ອໃນຂອງ AIPA
ໃນໄລຍະດຳເນີນກອງປະຊຸມ, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ສືບຕໍ່ສະແດງໃຫ້ເຫັນເປັນສະມາຊິກທີ່ຫ້າວຫັນ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ ສານກ່ຽວກັບປະເທດ ຫວຽດນາມ ພັດທະນາຢ່າງບໍ່ຢຸດຢັ້ງ, ສະພາແຫ່ງຊາດ ຫວຽດນາມ ມີຄວາມຮັບຜິດຊອບ, ຕັ້ງໜ້າ ແລະ ເປັນເຈົ້າການໃນການຮ່ວມມືລັດຖະສະພາລະຫວ່າງຊາດ ຫຼາຍຝ່າຍໃນພາກພື້ນ, ເປັນເຈົ້າການ ແລະ ຕັ້ງໜ້າ ພ້ອມກັບລັດຖະບານໃນການພັດທະນາເສດຖະກິດ, ສັງຄົມ ແລະ ປ້ອງກັນ, ຕ້ານ ໂຄວິດ-19.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ສະເໜີອອກ 5 ຫົວຄິດປະດິດສ້າງ, ໃນນັ້ນ ລວມມີສຳເລັດການກໍ່ສ້າງຂອບເຂດຈຳກັດດ້ານກົດໝາຍຂອງແຕ່ລະປະເທດ ກ່ຽວກັບການຫັນປ່ຽນ ດີຈີຕອນແບບກວມລວມ ກ້າວໄປສູ່ປະຊາຄົມ ອາຊຽນ ເມື່ອປີ 2025, ຫັນເປັນກົມກຽວກັນທາງດ້ານກົດໝາຍໃນພາກພື້ນ ເພື່ອມີລະບົບກົດໝາຍຄ້າຍຄືກັນ.
ພ້ອມກັນນັ້ນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຍັງສະເໜີວ່າ ຕ້ອງມີຮູບແບບການລົງທຶນທີ່ເໝາະສົມ, ຄືການຮ່ວມມືລະຫວ່າງລັດ-ເອກະຊົນ, ກໍ່ສ້າງສວນປູກລ້ຽງວິສາຫະກິດ ແລະ ເລີ່ມສ້າງຕົວດ້ວຍ ດີຈີຕອນ ເພື່ອກໍ່ສ້າງພື້ນຖານໂຄງລ່າງ ດີຈີຕອນ, ພັດທະນາລະບົບນິເວດ ດີຈີຕອນ; ປົວແປງບັນດານະໂຍບາຍ, ຂອບເຂດຈຳກັດດ້ານກົດໝາຍໃຫ້ດີຂຶ້ນ ແລະ ບູລິມະສິດໜູນຊ່ວຍບັນດາຫົວຄິດປະດິດສ້າງ ໃນການພົວພັນຮ່ວມມືພາຍໃນກຸ່ມ ອາຊຽນ ແລະ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືດ້ານປ້ອງກັນຄວາມສະຫງົບທາງດ້ານອິນເຕີເນັດ, ຮັບສາຄວາມລັບແຫຼ່ງຂໍ້ມູນ ແລະ ເອກະສານ, ສ້າງຄວາມເຊື່ອມໝັ້ນໃນຂົງເຂດ ດີຈີຕອນ; ລັດຖະສະພາບັນດາປະເທດສະມາຊິກ ໄດ້ມອບສິດພິເສດ, ໂດຍສະເພາະ ເພື່ອໃຫ້ລັດຖະບານເປັນເຈົ້າການໃນການປ້ອງກັນ ແລະ ຕ້ານ ໂຄວິດ-19; ເສີມຂະຫຍາຍຄຸນປະໂຫຍດຂອງກອງທຶນປ້ອງກັນ ແລະ ຕ້ານ ໂຄວິດ-19 ໃນອາຊຽນ.
ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ກໍ່ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ໃນບັນດາກອງປະຊຸມຂອງຄະນະກຳມະການ AIPA, ກອງປະຊຸມຜູ້ແທນລາຊະດອນ ຍິງ AIPA. ບັນດາຜູ້ແທນສະພາແຫ່ງຊາດ ຫວຽດນາມ ໄດ້ປະກອບສ່ວນຫຼາຍຫົວຄິດປະດິດສ້າງ, ຫຼາຍຂໍ້ສະເໜີທີ່ເໝາະກັບສະພາບຕົວຈິງ, ໄດ້ຮັບເອົາ ແລະ ສະແດງອອກໃນບັນດາເອກະສານ.
ອາດສາມາດເວົ້າໄດ້ວ່າ ຜົນສຳເລັດຂອງ ກອງປະຊຸມສະມັດຊາໃຫຍ່ AIPA – 42 ດ້ວຍຫຼາຍມະຕິຕົກລົງໄດ້ວາງອອກ ຫຼາຍມາດຕະການ ຜັນຂະຫຍາຍບັນດາແຜນການ, ໂຄງການເຄື່ອນໄຫວໃຫ້ແກ່ການຫັນປ່ຽນ ດີຈີຕອນ ເພື່ອຮັບໃຊ້ການຫັນໄປເຖິງປະຊາຄົມ ອາຊຽນ ເມື່ອປີ 2025, ອີກເທື່ອໜຶ່ງ ໄດ້ຢັ້ນຢຶນ ບົດບາດຂອງ AIPA ໃນການຮ່ວມມືກັບ ອາຊຽນ ໃນໄລຍະຫຍຸ້ງຍາກນີ້ ເພື່ອພ້ອມກັນກໍ່ສ້າງປະຊາຄົນ ອາຊຽນ ໜຶ່ງທີ່ມີຄວາມປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ສາມັກຄີ, ວັດທະນາຖາວອນ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
ແຈ້ງການຮ່ວມທີ່ໄດ້ການນຳ ລັດຖະສະພາ ບັນດາສະມາຊິກອາຊຽນ ລົງນາມ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງ ຫົວຂໍ້ “ພັດທະນາສາຍພົວພັນຮ່ວມມືລະຫວ່າງລັດຖະສະພາໃນຂົງເຂດເຕັກນິກດີຈີຕອນແບບກວມລວມ ມຸ່ງໄປເຖິງການສ້າງປະຊາຄົມ ອາຊຽນ 2025” ຂອງກອງປະຊຸມສະມັດຊາໃຫຍ່ AIPA – 42 ມີລັກສະນະກວມລວມ, ຊຸກຍູ້ ແລະ ສ້າງເງື່ອນໄຂໃຫ້ ເຕັກນິກດີຈີຕອນແບບກວມລວມ ເພື່ອສືບຕໍ່ພັດທະນາສາຍພົວພັນຮ່ວມມືລະຫວ່າງລັດຖະສະພາ ໃນສະພາບການໂລກລະບາດ, ເນັ້ນໜັກບົດບາດຂອງບັນດາທ່ານຜູ້ແທນໃນການໜູນຊ່ວນວິໄສທັດ ອາຊຽນ ປີ 2025, ມຸ່ງສູ່ປະຊາຊົນ ມີຄວາມສະໜິດຕິດພັນດ້ານການເມືອງ, ເຊື່ອມຕໍ່ດ້ານເສດຖະກິດ ແລະ ການແບ່ງປັນຄວາມຮັບຜິດຊອບກັບສັງຄົມ.
ຕີລາຄາກ່ຽວກັບຜົນສຳເລັດຂອງກອງປະຊຸມສະມັດຊາໃຫຍ່ AIPA – 42, ທ່ານ Abdul Rahman Taib Pehin Orang Kaya Seri Lela, ປະທານກອງປະຊຸມສະມັດຊາໃຫຍ່ AIPA – 42, ປະທານສະພານິຕິບັນຍັດ ບຣູໄນ Darussalam ໄດ້ເນັ້ນໜັກວ່າ ບັນດາທ່ານຜູ້ແທນ AIPA ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ, ມີການປະກອບສ່ວນໃນແຜນການເຮັດວຽກຂອງ AIPA-42 ຢ່າງມີປະສິດທິຜົນ ແລະ ນີ້ເປັນຜົນສຳເລັດລວມຂອງ AIPA.
ທ່ານ Abdul Rahman Taib Pehin Orang Kaya Seri Lela ຍັງເນັ້ນໜັກວ່າ ກອງປະຊຸມສະມັດຊາໃຫຍ່ AIPA – 42 ໄດ້ຈັດຂຶ້ນບົນຈິດໃຈສາມັກຄີ, ມິດຕະພາບ ແລະ ຈິດໃຈລວມຂອງ ອາຊຽນ.
ການນຳສະພາແຫ່ງຊາດບັນດາປະເທດສະມາຊິກ ອາຊຽນ ສະແດງຄວາມເຫັນດີເຫັນພ້ອມວ່າ ຈະພ້ອມກັບ ອາຊຽນ ຮັບມືກັບໂລກລະບາດ ໂຄວິດ-19, ແກ້ໄຂຄວາມຫຍຸ້ງຍາກເພື່ອຟື້ນຟູເສດຖະກິດ, ປັບປຸງຄວາມສາມັກຄີພາຍໃນກຸ່ມ, ສະແດງໃຫ້ເຫັນຮູບພາບ ອາຊຽນ ໜຶ່ງມີຄວາມຮັບຜິດຊອບ, ພ້ອມແລ້ວທີ່ສົມທົບກັນ ເພື່ອຮັບມືກັບບັນດາບັນຫາທີ່ເກີດຂຶ້ນ.
![]() ຕອນເຊົ້າວັນທີ 23 ສິງຫາ 2021, ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ນຳໜ້າຄະນະຜູ້ ແທນ ສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມພິທີໄຂ ກອງປະຊຸມສະມັດຊາໃຫຍ່ AIPA – 42 ເຊິ່ງໄດ້ຈັດຂຶ້ນແຕ່ວັນທີ 23-25 ສິງຫາ 2021 ທີ່ປະເທດ ບຣູໄນ ດ້ວຍຫົວຂໍ້ “ພັດທະນາສາຍພົວພັນຮ່ວມມືລະຫວ່າງລັດຖະສະພາໃນຂົງເຂດເຕັກນິກດີຈີຕອນແບບກວມລວມ ມຸ່ງໄປເຖິງການສ້າງປະຊາຄົມ ອາຊຽນ 2025” ຕາມຮູບແບບທາງໄກ. ໃນພາບ: ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ພ້ອມກັບບັນດາທ່ານຜູ້ແທນ ປະຕິບັດພິທີເຄົາລົບທຸງ. ພາບ: ຢວານເຕິນ/VNA ![]() ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ພ້ອມກັບບັນດາທ່ານຜູ້ແທນ ທີ່ເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ AIPA – 42. ພາບ: ຢວານເຕິນ/VNA ![]() ທ່ານປະທານ AIPA – 42 Haji Mohamed Taib ກ່າວຄຳປາໄສທີ່ພິທີໄຂກອງປະຊຸມ. ພາບ: ຢວານເຕິນ/VNA ![]() ຕອນບ່າຍວັນທີ 23 ສິງຫາ 2021, ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກ່າວຄຳປາໄສທີ່ວາລະປະຊຸມຄົບຄະນະ ຄັ້ງທີ 1 ຂອງກອງປະຊຸມສະມັດຊາໃຫຍ່ AIPA – 42 ເຊິ່ງໄດ້ຈັດຂຶ້ນແຕ່ວັນທີ 23-25 ສິງຫາ 2021 ທີ່ປະເທດ ບຣູໄນ ດ້ວຍຫົວຂໍ້ “ພັດທະນາສາຍພົວພັນຮ່ວມມືລະຫວ່າງລັດຖະສະພາໃນຂົງເຂດເຕັກນິກດີຈີຕອນແບບກວມລວມ ມຸ່ງໄປເຖິງການສ້າງປະຊາຄົມ ອາຊຽນ 2025” ຕາມຮູບແບບທາງໄກ. ໃນພາບ: ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກ່າວຄຳປາໄສ. ພາບ: ຢວານເຕິນ/VNA ![]() ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 42 (AIPA 42) ຖືກດຳເນີນຕາມແບບທາງໄກ, ຕອນບ່າຍວັນທີ 23 ສິງຫາ 2021, ທີ່ນະຄອນຫຼວງ ຮ່າໂນ້ຍ, ຄະນະຜູ້ແທນລາຊະດອນ ຍິງ ຫວຽດນາມ ເຂົ້າຮ່ວມກອງປະຊຸມຜູ້ແທນລາຊະດອນ ຍິງ AIPA. ໃນພາບ: ທ່ານນາງປະທານຄະນະກຳມະການ ສັງຄົມ ຂອງສະພາແຫ່ງຊາດ ຫງວຽນຖຸຍແອ໋ງ, ຫົວໜ້າຄະນະຜູ້ແທນລາຊະດອນ ຍິງ ຫວຽດນາມ ແລະ ບັນດາຜູ້ແທນລາຊະດອນ ຍິງ ຫວຽດນາມ ທີ່ກອງປະຊຸມ. ພາບ: ຢວານເຕິນ/VNA ![]() ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 42 (AIPA 42), ຕອນເຊົ້າວັນທີ 24 ສິງຫາ 2021, ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່່ານ ຫວູຫາຍຮ່າຫົວໜ້າກຳມາທິການການພົວພັນຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ ນຳໜ້າຄະນະຜູ້ແທນ ສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ຄະນະກຳມະການ ການເມືອງ ເຊິ່ງໄດ້ຈັດຂຶ້ນ ຕາມຮູບແບບທາງໄກ. ພາບ: ຫງວຽນດຽບ/VNA ![]() ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 42 (AIPA 42), ຕອນບ່າຍວັນທີ 24 ສິງຫາ 2021, ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານນາງ ຟ້າມທິໂຮ່ງອຽນ, ກຳມະການຜູ້ປະຈຳການ ຄະນະກຳມະການ ເສດຖະກິດ ຫວຽດນາມ ໄດ້ເປັນປະທານໃນກອງປະຊຸມ ຄະນະກຳມະການ ເສດຖະກິດ ເຊິ່ງໄດ້ຈັດຂຶ້ນ ຕາມຮູບແບບທາງໄກ. ພາບ: ຫງວຽນດຽບ/VNA ![]() ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 42 (AIPA 42), ຕອນບ່າຍວັນທີ 24 ສິງຫາ 2021, ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານ ຫງວຽນຕວັນແອ໋ງ, ຮອງປະທານ ຄະນະກຳມະການ ວິທະຍາສາດ-ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຂອງສະພາແຫ່ງຊາດ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ ກອງປະຊຸມ ຄະນະກຳມະການ ສັງຄົມ ເຊິ່ງໄດ້ຈັດຂຶ້ນ ຕາມຮູບແບບທາງໄກ. ໃນພາບ: ຄະນະຜູ້ແທນຂອງສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ. ພາບ: ຫງວຽນດຽບ/VNA ![]() ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 42 (AIPA 42) ຖືກດຳເນີນຕາມແບບທາງໄກ, ຕອນເຊົ້າວັນທີ 25 ສິງຫາ 2021, ທີ່ນະຄອນຫຼວງ ຮ່າໂນ້ຍ, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານນາງ ເລທູຮ່າ, ກຳມະການຜູ້ປະຈຳການກຳມາທິການການຕ່າງປະເທດຂອງ ສະພາແຫ່ງຊາດ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມຄະນະກຳມະການ ການຈັດຕັ້ງ ເຊິ່ງໄດ້ຈັດຂຶ້ນ ຕາມຮູບແບບທາງໄກ. ໃນພາບ: ທ່ານນາງ ເລທູຮ່າ, ກຳມະການຜູ້ປະຈຳການກຳມາທິການການຕ່າງປະເທດຂອງ ສະພາແຫ່ງຊາດ ກ່າວຄຳປາໄສທີ່ກອງປະຊຸມ. ພາບ: ຫງວຽນດຽບ/VNA |
ຄະນະກຳມະການ ສັງຄົມ ໄດ້ຮັບຮອງເອົາມະຕິຕົກລົງກ່ຽວກັບ “ເພີ່ມທະວີການຮ່ວມມື ແລະ ຍູ້ແຮງເຕັກນິກດີຈີຕອນແບບກວມລວມ ເພື່ອຫຼຸດຜ່ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ”, ມະຕິຕົກລົງກ່ຽວກັບ “ນຳບັນດາເປົ້າໝາຍ ພັດທະນາແບບຍືນຍົງຄົງຕົວ ອອກໄປສູ່ທົ່ວໂລກ ເພື່ອປະຕິບັດຂັ້ນລະດັບຊາດຢ່າງມີປະສິດທິຜົນ”, ມະຕິຕົກລົງກ່ຽວກັບບົດບາດຂອງເຕັກໂນໂລຊີ ສ້າງຄວາມສະດວກໃຫ້ແກ່ຜູ້ເຂົ້າຮ່ວມການເລືອກຕັ້ງຫຼາຍກວ່າ.
ບັນດາມະຕິຕົກລົງດັ່ງກ່າວ ລ້ວນແຕ່ຫັນໄປເຖິງເປົ້າໝາຍປະຕິບັດແຜນສັງລວມ ເຕັກນິກ ດີຈີຕອນ ອາຊຽນ 2025, ໄດ້ສະເໜີອອກເມື່ອຕົ້ນປີ ນີ້ ແນໃສ່ເປັນເອກະສັນກັນ ວິໄສທັດ ກ່ຽວກັບອະນາຄົດເຕັກນິກ ດີຈີຕອນ ຂອງກຸ່ມ ອາຊຽນ.
ກ່າວປາໄສທີ່ບັນດາກອງປະຊຸມ, ການນຳສະພາແຫ່ງຊາດ ບັນດາປະເທດ ອາຊຽນ ລ້ວນແຕ່ເນັ້ນໜັກເຖິງບົດບາດຂອງເຕັກນິກ ດີຈີຕອນ ໃນສະພາບການໂລກລະບາດ ໂຄວິດ-19 ພວມນຳມາສິ່ງທ້າທາຍທີ່ບໍ່ເຄີຍເຫັນມາກ່ອນ ໃຫ້ແກ່ ອາຊຽນ.
ການສວຍໂອກາດພັດທະນາຈາກເຕັກນິກ ດີຈີຕອນ ມີຄວາມໝາຍສຳຄັນ ເພື່ອຊຸກຍູ້ການຟື້ນຟູເສດຖະກິດ, ເພີ່ມທະວີ ການເຊື່ອມຕໍ່, ຍົກສູງຖານະບົດບາດຂອງ ອາຊຽນ ໃນອະນາຄົດ.
ນອກຈາກສຸມໃສ່ເຂົ້າໃນບັນດາມາດຕະການຊຸກຍູ້ກໍ່ສ້າງປະຊາຄົມ ເຕັກນິກ ດີຈີຕອນ ອາຊຽນ, ຮັບມືກັບໂລກລະບາດ ໂຄວິດ-19 ແລະ ຟື້ນຟູເສດຖະກິດ ພາຍຫຼັງໂລກລະບາດ, ທີ່ກອງປະຊຸມສະມັດຊາໃຫຍ່ AIPA – 42, ລະດັບຄວາມສຳຄັນຂອງການປັບປຸງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ກໍ່ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງ.
ໃນພິທີອັດກອງປະຊຸມ, ປະທານ AIPA – 42, ປະທານສະພານິຕິບັນຍັດ ບຣູໄນ Darussalam ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືລັດຖະສະພາ, ພິເສດ ແມ່ນບັນດາຄຳໝັ້ນສັນຍາຂອງ AIPA ໃນການກໍ່ສ້າງປະຊາຄົມ ອາຊຽນ ເພື່ອສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນລອມ ໃຫ້ແກ່ພາກພື້ນ.
ບັນດາຄຳຄິດຄຳເຫັນ ກໍ່ເປັນເອກະສັນກັນ ກ່ຽວກັບບັນດາບຸລິມະສິດຂອງ AIPA ກໍ່ຄື ອາຊຽນ ແມ່ນຖືກປະຊາຊົນເປັນໃຈກາງ, ຮັບຟັງຄວາມຄິດເຫັນຂອງປະຊາຊົນ, ສຸມໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນ ຍ້ອນ ໂຄວິດ-19 ສ້າງຂຶ້ນ.
ຫວຽດນາມ ມີຄວາມຕັ້ງໜ້າ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບປະກອບສ່ວນເຂົ້າໃນເນື້ອໃນຂອງ AIPA
ໃນໄລຍະດຳເນີນກອງປະຊຸມ, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ສືບຕໍ່ສະແດງໃຫ້ເຫັນເປັນສະມາຊິກທີ່ຫ້າວຫັນ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ ສານກ່ຽວກັບປະເທດ ຫວຽດນາມ ພັດທະນາຢ່າງບໍ່ຢຸດຢັ້ງ, ສະພາແຫ່ງຊາດ ຫວຽດນາມ ມີຄວາມຮັບຜິດຊອບ, ຕັ້ງໜ້າ ແລະ ເປັນເຈົ້າການໃນການຮ່ວມມືລັດຖະສະພາລະຫວ່າງຊາດ ຫຼາຍຝ່າຍໃນພາກພື້ນ, ເປັນເຈົ້າການ ແລະ ຕັ້ງໜ້າ ພ້ອມກັບລັດຖະບານໃນການພັດທະນາເສດຖະກິດ, ສັງຄົມ ແລະ ປ້ອງກັນ, ຕ້ານ ໂຄວິດ-19.
![]()
ຕອນບ່ານວັນທີ 25 ສິງຫາ 2021, ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ນຳໜ້າຄະນະຜູ້ແທນ ສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມວາລະປະຊຸມຄົບຄະນະ ຄັ້ງທີ 2 ຂອງກອງປະຊຸມສະມັດຊາໃຫຍ່ AIPA – 42. ໃນພາບ: ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ພ້ອມກັບຄະນະຜູ້ແທນຂັ້ນສູງຂອງ ສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມວາລະປະຊຸມຄົບຄະນະ ຄັ້ງທີ 2 ຂອງກອງປະຊຸມສະມັດຊາໃຫຍ່ AIPA – 42. ພາບ: ຫງວຽນດຽບ/VNA
![]() ຕອນບ່າຍວັນທີ 25 ສິງຫາ 2021, ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ນຳໜ້າຄະນະຜູ້ແທນ ສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມພິທີອັດ ກອງປະຊຸມສະມັດຊາໃຫຍ່ AIPA – 42. ພາບ: ຢວານເຕິນ/VNA ![]()
ທ່ານ Abdul Rahman Taib, ປະທານ AIPA – 42, ປະທານສະພານິຕິບັນຍັດ ບຣູໄນ Darussalam ກ່າວປາໄສ ອັດກອງປະຊຸມ. ພາບ: ຢວານເຕິນ/VNA
![]() |
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ສະເໜີອອກ 5 ຫົວຄິດປະດິດສ້າງ, ໃນນັ້ນ ລວມມີສຳເລັດການກໍ່ສ້າງຂອບເຂດຈຳກັດດ້ານກົດໝາຍຂອງແຕ່ລະປະເທດ ກ່ຽວກັບການຫັນປ່ຽນ ດີຈີຕອນແບບກວມລວມ ກ້າວໄປສູ່ປະຊາຄົມ ອາຊຽນ ເມື່ອປີ 2025, ຫັນເປັນກົມກຽວກັນທາງດ້ານກົດໝາຍໃນພາກພື້ນ ເພື່ອມີລະບົບກົດໝາຍຄ້າຍຄືກັນ.
ພ້ອມກັນນັ້ນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຍັງສະເໜີວ່າ ຕ້ອງມີຮູບແບບການລົງທຶນທີ່ເໝາະສົມ, ຄືການຮ່ວມມືລະຫວ່າງລັດ-ເອກະຊົນ, ກໍ່ສ້າງສວນປູກລ້ຽງວິສາຫະກິດ ແລະ ເລີ່ມສ້າງຕົວດ້ວຍ ດີຈີຕອນ ເພື່ອກໍ່ສ້າງພື້ນຖານໂຄງລ່າງ ດີຈີຕອນ, ພັດທະນາລະບົບນິເວດ ດີຈີຕອນ; ປົວແປງບັນດານະໂຍບາຍ, ຂອບເຂດຈຳກັດດ້ານກົດໝາຍໃຫ້ດີຂຶ້ນ ແລະ ບູລິມະສິດໜູນຊ່ວຍບັນດາຫົວຄິດປະດິດສ້າງ ໃນການພົວພັນຮ່ວມມືພາຍໃນກຸ່ມ ອາຊຽນ ແລະ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືດ້ານປ້ອງກັນຄວາມສະຫງົບທາງດ້ານອິນເຕີເນັດ, ຮັບສາຄວາມລັບແຫຼ່ງຂໍ້ມູນ ແລະ ເອກະສານ, ສ້າງຄວາມເຊື່ອມໝັ້ນໃນຂົງເຂດ ດີຈີຕອນ; ລັດຖະສະພາບັນດາປະເທດສະມາຊິກ ໄດ້ມອບສິດພິເສດ, ໂດຍສະເພາະ ເພື່ອໃຫ້ລັດຖະບານເປັນເຈົ້າການໃນການປ້ອງກັນ ແລະ ຕ້ານ ໂຄວິດ-19; ເສີມຂະຫຍາຍຄຸນປະໂຫຍດຂອງກອງທຶນປ້ອງກັນ ແລະ ຕ້ານ ໂຄວິດ-19 ໃນອາຊຽນ.
ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ກໍ່ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ໃນບັນດາກອງປະຊຸມຂອງຄະນະກຳມະການ AIPA, ກອງປະຊຸມຜູ້ແທນລາຊະດອນ ຍິງ AIPA. ບັນດາຜູ້ແທນສະພາແຫ່ງຊາດ ຫວຽດນາມ ໄດ້ປະກອບສ່ວນຫຼາຍຫົວຄິດປະດິດສ້າງ, ຫຼາຍຂໍ້ສະເໜີທີ່ເໝາະກັບສະພາບຕົວຈິງ, ໄດ້ຮັບເອົາ ແລະ ສະແດງອອກໃນບັນດາເອກະສານ.
ອາດສາມາດເວົ້າໄດ້ວ່າ ຜົນສຳເລັດຂອງ ກອງປະຊຸມສະມັດຊາໃຫຍ່ AIPA – 42 ດ້ວຍຫຼາຍມະຕິຕົກລົງໄດ້ວາງອອກ ຫຼາຍມາດຕະການ ຜັນຂະຫຍາຍບັນດາແຜນການ, ໂຄງການເຄື່ອນໄຫວໃຫ້ແກ່ການຫັນປ່ຽນ ດີຈີຕອນ ເພື່ອຮັບໃຊ້ການຫັນໄປເຖິງປະຊາຄົມ ອາຊຽນ ເມື່ອປີ 2025, ອີກເທື່ອໜຶ່ງ ໄດ້ຢັ້ນຢຶນ ບົດບາດຂອງ AIPA ໃນການຮ່ວມມືກັບ ອາຊຽນ ໃນໄລຍະຫຍຸ້ງຍາກນີ້ ເພື່ອພ້ອມກັນກໍ່ສ້າງປະຊາຄົນ ອາຊຽນ ໜຶ່ງທີ່ມີຄວາມປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ສາມັກຄີ, ວັດທະນາຖາວອນ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
ປະຕິບັດ: VNA/VNP