• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດ ຊຸດທີ 14 ຈະໄຂຂຶ້ນໃນວັນທີ 22 ຕຸລາ

ໂດຍສືບຕໍ່ລາຍການກອງປະຊຸມຄັ້ງທີ 27, ຕອນບ່າຍວັນທີ 11 ກັນຍາ, ຄະນະປະຈໍາສະພາແຫ່ງຊາດຫວຽດນາມ ໄດ້ປະກອບຄໍາຄິດເຫັນກ່ຽວກັບການກະກຽມກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 14. 

(ພາບປະກອບ) 

ທ່ານເລຂາທິການໃຫຍ່, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ຫງວຽນແຮ້ງຟຸກ ໃຫ້ຮູ້ກ່ຽວກັບການຄາດຄະເນເວລາເຮັດວຽກທັງໝົດຂອງກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ແມ່ນ 22,5 ວັນ, ເຊິ່ງຈະໄຂຂຶ້ນໃນວັນທີ 20 ຕຸລາ ແລະ ຈະອັດລົງໃນວັນທີ 20 ພະຈິກ 2018. ຄາດວ່າ ທີ່ກອງປະຊຸມສະໄໝສາມັນເທື່ອທີ 6 ນີ້ ຈະຍົກອອກ 03 ເນື້ອໃນ, ເຊິ່ງລວມມີ: ຮ່າງກົດໝາຍວ່າດ້ວຍຫົວໜ່ວຍປົກຄອງ-ເສດຖະກິດພິເສດ ເພື່ອສືບຕໍ່ສ້າງໃຫ້ສົມບູນແບບ; ຮ່າງກົດໝາຍ ວ່າດ້ວຍການປ້ອງກັນ, ຕ້ານຜົນຮ້າຍຂອງການດື່ມເຫຼົ້າ, ເບຍ ຍ້ອນອົງການຍື່ນສະເໜີບໍ່ຮັບປະກັນຄວາມຄືບໜ້າຂອງການກະກຽມ ແລະບົດລາຍງານກວດສອບກອງທຶນປະກັນໄພສັງຄົມ ຍ້ອນວ່າເນື້ອໃນດັ່ງກ່າວໄດ້ ສອດເຂົ້າໃນໃສ່ບົດລາຍງານໝາກຜົນແຫ່ງການກວດສອບການເງິນ, ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງການຄຸ້ມຄອງ, ນໍາໃຊ້ທຶນຮອນ, ຊັບສິນຂອງລັດຂອງອົງການປະກັນໄພສັງຄົມ ແລະ ໄດ້ລາຍງານຕໍ່ສະພາແຫ່ງຊາດ ທີ່ກອງປະຊຸມສະໄໝສາມັນເທື່ອທີ່ທີ 3 ແລ້ວ.

        ໄປຄຽງຄູ່ກັນນັ້ນ, ກອງປະຊຸມສະໄໝສາມັນເທື່ອທີ 6 ຈະປະກອບຄໍາເຫັນເພີ່ມເຕີມໃສ່ບົດລາຍງານ ການຕີລາຄາ 03 ປີ ແຫ່ງການປະຕິບັດບັນດານະໂຍບາຍໜູນຊ່ວຍພັດທະນາເສດຖະກິດ-ສັງຄົມ ຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ; ຕີລາຄາໝາກຜົນ 3 ປີ ແຫ່ງການຜັນຂະຫຍາຍປະຕິບັດ ມະຕິສະບັບເລກທີ 24 ຂອງສະພາແຫ່ງຊາດ ຊຸດທີ 13 ກ່ຽວກັບແຜນການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ໄລຍະ 2016 – 2020 ແລະ ສະພາບການປະຕິບັດນະໂຍບາຍຊົນເຜົ່າປີ 2018 ແລະ ອື່ນໆ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top