• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມປຶກສາຫາລືຂັ້ນລັດຖະມົນຕີເສດຖະກິດ ລະຫວ່າງອາຊຽນ ແລະ ບັນດາຄູ່ຮ່ວມມື

      ໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນຄັ້ງທີ 53, ວັນທີ 14 ກັນຍາ ໄດ້ດຳເນີນບັນດາກອງປະຊຸມປຶກສາຫາລືຂັ້ນລັດຖະມົນຕີເສດຖະກິດ ລະຫວ່າງ ອາຊຽນແລະບັນດາປະເທດຄູ່ຮ່ວມມື: ອາເມລິກາ, ຮົ່ງກົງ (ຈີນ), ອິນເດຍ, ສະຫະພາບເອີລົບ ແລະ ລັດເຊຍ.
ຄະນະຜູ້ແທນ ຫວຽດນາມເຂົ້າຮ່ວມກອງປະຊຸມທາງໄກ.(ພາບ:TTXVN)
      ກ່ຽວກັບການຮ່ວມມືເສດຖະກິດ ອາຊຽນ-ອາເມລິກາ, ບັນດາລັດຖະມົນຕີ ໄດ້ຮັບຮູ້ຄວາມຄຶບຫນ້າສຳຄັນໃນວິວັດການຜັນຂະຫຍາຍຂໍ້ຕົກລົງແມ່ກ່ຽວກັບດ້ານການຄ້າ ແລະການລົງທຶນ ໄລຍະ 2019 – 2020 ລະຫວ່າງ ອາຊຽນ ແລະ ອາເມລິກາ (TIFA) ແລະແຜນການດຳເນີນງານປະຕິບັດ “ຂໍ້ລິເລີ່ມການຮ່ວມມືດ້ານການຄ້າເປີດກວ້າງ” (E3)  ໄລຍະ 2020- 2021 ພ້ອມທັງຮັບຮອງເອົາແຜນການຜັນຂະຫຍາຍຂໍ້ຕົກລົງ (TIFA) ແລະ ຂໍ້ລິເລີ່ມ(E3) ໃນໄລຍະ 2021- 2022, ສຸມໃສ່ເຂົ້າໃນບາງຂົງເຂດ.
      ກ່ຽວກັບການຮ່ວມມືເສດຖະກິດ ອາຊຽນ -ອິນເດຍ, ບັນດາທ່ານລັດຖະມົນຕີ ຊົມເຊີຍເລື່ອງ ທຸກປະເທດໄດ້ສຳເລັດການໃຫ້ສັດຕະຍາບັນສັນຍາການລົງທຶນ ອາຊຽນ -ອິນເດຍ ແລະ ຮັບຮູ້ຄວາມຄຶບຫນ້າການປຶກສາຫາລືກ່ຽວກັບຂອບເຂດກວດກາຄືນເພື່ອແນໃສ່ຍົກລະດັບສັນຍາການຄ້າສິນຄ້າ ອາຊຽນ -ອິນເດຍ, ມຸ່ງໄປເຖິງເປົ້າໝາຍສ້າງຄວາມສະດວກດ້ານການຄ້າໃຫຍ່ກວ່າໃຫ້ແກ່ບັນດາວິສາຫະກິດ.
ກ່ຽວກັບການຮ່ວມມືດ້ານເສດຖະກິດ ອາຊຽນ - ສະຫະພາບເອີລົບ, ບັນດາທ່ານລັດຖະມົນຕີ ຢືນຢັນຄວາມສຳຄັນຂອງການເພີ່ມທະວີການຮ່ວມມືດ້ານການຄ້າ ແລະການລົງທຶນ ລະຫວ່າງສອງພາກພື້ນ, ແບ່ງປັນຜົນປະໂຫຍດ, ຄວາມສາມາດບົ່ມຊ້ອນ ແລະທ່າແຮງການຮ່ວມມື. ກອງປະຊຸມກໍ່ຮັບຮອງເອົາໂຄງການການລົງທຶນ ແລະການຄ້າ ອາຊຽນ -ອີຢູ ໄລຍະ 2020 – 2021 ແລະ ຮັບຮູ້ວິວັດການສ້າງຮ່າງສັນຍາແມ່ດ້ານການຄ້າ ແລະການລົງທຶນ ລະຫວ່າງ ອາຊຽນ ແລະອີຢູ.
      ກ່ຽວກັບການຮ່ວມມືເສດຖະກິດ ລະຫວ່າງອາຊຽນ ແລະ ລັດເຊຍ, ສອງຝ່າຍເຫັນດີຮັບຮອງເອົາວິວັດການຮ່ວມມືດ້ານການຄ້າ ແລະການລົງທຶນ ອາຊຽນ - ລັດເຊຍ ສະບັບປັບປຸງ ແລະ ໂຄງການເຮັດວຽກການຮ່ວມມືດ້ານການຄ້າ ການລົງທຶນ ລະຫວ່າງອາຊຽນແລະລັດເຊຍໄລຍະ2021- 2025.
(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top