• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

ຕອນບ່າຍວັນທີ 24 ສິງຫາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໂດຍທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳເປັນປະທານ.


 ກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

(ພາບ: TTXVN)


ທີ່ກອງປະຊຸມ, ບັນດາສະມາຊິກໃນຄະນະຊີ້ນຳໄດ້ເນັ້ນໜັກເຖິງໂລກລະບາດໂຄວິດ-19 ຢູ່ ຫາຍເຢືອງ, ດ່ານັ້ງ ແລະ ກວາງນາມ ພວມໄດ້ຮັບການຄວບຄຸມ. ກະຊວງສາທາລະນະສຸກຈະລວບລວມບົດຮຽນສະພາບໂລກລະບາດໃນຄັ້ງນີ້ເພື່ອຝຶກອົບຮົມໃຫ້ແກ່ບັນດາແຂວງ, ນະຄອນ. ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ສະເໜີໃຫ້ກະຊວງສາທາລະນະສຸກຕິດຕາມການຄົ້ນຄວ້າວັກຊິນ, ຜະລິດວັກຊິນ ປ້ອງກັນໂຄວິດ-19 ໃນທົ່ວໂລກ, ພ້ອມກັບກະຊວງວິທະຍາສາດເຕັກໂນໂລຊີຫວຽດນາມ ຄົ້ນຄວ້າວັກຊິນຢູ່ຫວຽດນາມ, ຜະລິດວັກຊິນປອດໄພໂດຍໄວ.

        ແຫຼ່ງຂ່າວໃນເວລາ 18 ໂມງຂອງວັນທີ 24 ສິງຫາ ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃຫ້ຮູ້ວ່າ, ນັບແຕ່ເວລາ 6 ໂມງຫາ 18 ໂມງຂອງວັນທີ 24 ສິງຫາ, ຫວຽດນາມ ໄດ້ກວດພົບຜູ້ຕິດໂລກລະບາດໂຄວິດ-19 ຕື່ມອີກ 6 ຄົນຢູ່ ດ່ານັ້ງ, ຫາຍເຢືອງ. ແລະກໍ່ໃນວັນດຽວກັນ, ຫວຽດນາມ ມີ 588/1022 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ, ມີຜູ້ເສຍຊີວິດແມ່ນ 27 ຄົນ.

(ແຫຼ່ງຄັດຈາກ VOV)


ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top