• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທ ສ້າງເງື່ອນໄຂ ເພື່ອໃຫ້ AstraZenaca ສົ່ງອອກວັກຊິນໄປຍັງ ຫວຽດນາມ

      ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສາທາລະນະສຸກ ໄທ ອະນຸທິນ ຈານວິຣະກຸນ ຢັ້ງຢືນວ່າ ລັດຖະບານ ໄທຍາມໃດກໍ່ສ້າງເງື່ອນໄຂຢ່າງສະດວກເພື່ອໃຫ້ AstraZenaca ໂດຍແມ່ນບໍລິສັດຕັ້ງໂຮງງານຢູ່ ໄທ, ທຳການຜະລິດທີ່ມີສະມັດຕະພາບສູງສຸດ ແລະ ມອບ ວັກຊິນໃຫ້ແກ່ບັນດາປະເທດ, ໃນນັ້ນມີ ຫວຽດນາມ
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟານຈີແທັງ ແລະ ທ່ານຮອງນາຍົກລັດຖະມົນຕີ,
ລັດຖະມົນຕີກະຊວງສາທາລະນະສຸກ ໄທ ອະນຸທິນ ຈານວິຣະກຸນ
     ກ່າວຄຳເຫັນທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟານຈີແທັງ ໃນຕອນບ່າຍວັນທີ 27 ກັນຍາ, ທ່ານ ະນຸທິນ ຈານວິຣະກຸນ ໄດ້ສະເໜີໃຫ້ເພີ່ມທະວີການສົມທົບລະຫວ່າງສອງປະເທດໃນການແບ່ງປັນບົດຮຽນປະສົບການໃນການຕ້ານໂລກລະບາດໂຄວິດ - 19ກ່ວາອີກ, ຢັ້ງຢືນວ່າ ລັດຖະບານ ໄທ ຈະສືບຕໍ່ສັກວັກຊິນໃນວົງກ້ວາງ ໃຫ້ແກ່ຊາວຕ່າງປະເທດ, ໃນນັ້ນມີຊາວຫວຽດນາມນັບພັນຄົນທີ່ພວມດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນຢູ່ໄທ.
ທ່ານເອກອັກຄະລັດຖະທູດ ຟານຈິແທັງ ໄດ້ສະເໜີໃຫ້ກະຊວງສາທາລະນະສຸກ ສອງປະເທດ ສືບຕໍ່ຊຸກຍູ້ການຮ່ວມມືໃນສະພາບການເກີດໂລກລະບາດໂຄວິດ - 19, ພ້ອມທັງສອງຝ່າຍກໍ່ແລກປ່ຽນກ່ຽວກັບການຮັບຮອງ “ປັດສະປໍວັກຊິນ” ໂດຍໄວ, ເຫັນດີເປັນເອກະພາບກ່ຽວກັບຂໍ້ກຳນົດກ່ຽວກັບການເຂົ້າອອກເມືອງ, ໄລຍະແຍກຕົວສຳລັບພົນລະເມືອງສອງປະເທດ ທີ່ໄດ້ຮັບການສັກວັກຊິນກັນໂຄວິດ - 19 ຄົບ 2 ເຂັມແລ້ວທີ່ໄດ້ຮັບອະນຸດຍາດ, ມຸ່ງໄປເຖິງການພິຈາລະນາການສ້າງແລວທາງໄປມາຢ່າງປອດໄພ ລະຫວ່າງບັນດານະຄອນໃຫຍ່ ແລະ ສະຖານທີ່ທ່ອງທ່ຽວ ຂອງສອງປະເທດ ເພື່ອແນໃສ່ຊຸກຍູ້ເສດຖະກິດ.
(ແຫຼ່ງຄັດຈາກ VOV)



4 ເດືອນ​ປະ​ຕິ​ບັດ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ 2 ຂັ້ນ: ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ທຳ​ອິດ ແລະ ການ​ກຳ​ນົດ​ທິດ​ໃຫ້​ແກ່ໄລຍະ​ທາງ​ຕໍ່​ໄປ

4 ເດືອນ​ປະ​ຕິ​ບັດ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ 2 ຂັ້ນ: ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ທຳ​ອິດ ແລະ ການ​ກຳ​ນົດ​ທິດ​ໃຫ້​ແກ່ໄລຍະ​ທາງ​ຕໍ່​ໄປ

ພາຍຫຼັງເວລາ 4 ເດືອນທີ່ຜັນຂະຫຍາຍ ຮູບແບບອຳນາດການປົກຄອງ 2 ຂັ້ນ, ຫວຽດນາມ ບັນລຸໄດ້ບັນດາຜົນສຳເລັດໃນເບື້ອງຕົ້ນ ໃນການຈັດຕັ້ງຮູບແບບບໍລິຫານຄືນໃໝ່. ໄລຍະເວລານີ້ໄດ້ສະແດງໃຫ້ເຫັນວິທີກົງຈັກດັດປັບຕໍ່ການປ່ຽນແປງ, ວິທີ ປຊຊ ຮັບຮູ້ ແລະ ສິ່ງສຳຄັນກວ່າແມ່ນຮູບແບບນີ້ພວມເປີດການກຳນົດທິດໃຫ້ແກ່ໄລຍະທາງຕໍ່ໄປ.

Top