• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທສະເໜີປ່ຽນເວລາຈັດຕັ້ງກອງປະຊຸມສຸດຍອດອາຊຽນໃນປີ 2019

      ໄທຈະເປັນປະເທດປະທານອາຊຽນ ໝູນວຽນໃນປີ 2019.
       ວັນທີ 14 ພະຈິກ, ລັດຖະບານ ໄທ ໄດ້ສະເໜີເລື່ອນເວລາຈັດຕັ້ງກອງປະຊຸມສຸດຍອດ ອາຊຽນ ອອກໄປຈັດຕັ້ງໃນເດືອນ ມິຖຸນາ 2019 ແທນທີ່ຈະຈັດຕັ້ງໃນເດືອນ ເມສາ 2019 ຍ້ອນມີຄວາມວິຕົກວັງວົນຈະຖືກຮັບຜົນສະທ້ອນຍ້ອນເລື່ອງຈັດຕັ້ງການເລືອກຕັ້ງໃນທົ່ວປະເທດ, ຄາດວ່າຈັດຕັ້ງໃນເດືອນ ກຸມພາ 2019. ໄທຈະເປັນປະເທດປະທານອາຊຽນ ໝູນວຽນໃນປີ 2019.
        ຕາມຂໍ້ກຳນົດຂອງ ອາຊຽນ ແລ້ວ, ປະເທດປະທານ ອາຊຽນ ໝູນວຽນຈະຈັດຕັ້ງກອງປະຊຸມສຸດຍອດ 2 ຄັ້ງໃນປີທີ່ດຳລົງຕຳແໜ່ງ, ໃນນັ້ນ ກອງປະຊຸມຄັ້ງທຳອິດຈະຈັດຕັ້ງໃນ 6 ເດືອນຕົ້ນປີ, ໃນຂະນະທີ່ກອງປະຊຸມຄັ້ງທີ 2 ຈະມີການນຳບັນດາປະເທດຄູ່ຮ່ວມມືຈັດຕັ້ງໃນທ້າຍປີ. ເຖິງວ່າລັດຖະບານ ໄທ ແລະ ຄະນະກຳມະການເລືອກຕັ້ງຂອງປະເທດນີ້ຢັ້ງຢືນວ່າຂັ້ນຕອນການເລືອກຕັ້ງທົ່ວປະເທດຈະໄດ້ຮັບການຮັກສາໄວ້ຄືການຄາດຄະເນແມ່ນໃນວັນທີ 24 ກຸມພາ 2019, ຍັງມີຄວາມສາມາດວ່າການເລືອກຕັ້ງນີ້ຈະເລື່ອນເວລາອອກໄປຮອດກ່ອນເດືອນ ພຶດສະພາປີ 2019.
 (ແຫຼ່ງຄັດຈາກ VOV)

ຊາວ​ໜຸ່ມ ຫວຽດ​ນາມ ສະຫງວນນ້ຳ​ໃຈ​ຄວາມ​ຮັກ​ແພງ ແລະ ນ້ຳ​ໃຈ​ມິດ​ຕະ​ພາບໃຫ້ແກ່ປະ​ຊາ​ຊົນ​ລາວ

ຊາວ​ໜຸ່ມ ຫວຽດ​ນາມ ສະຫງວນນ້ຳ​ໃຈ​ຄວາມ​ຮັກ​ແພງ ແລະ ນ້ຳ​ໃຈ​ມິດ​ຕະ​ພາບໃຫ້ແກ່ປະ​ຊາ​ຊົນ​ລາວ

ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຈຸດ​ສຸມ​ຂຶ້ນ​ກັບ​ການ​ເດີນ​ທາງ “ຂ້າ​ພະ​ເຈົ້າຮັກ​ປະ​ເທດ​ຕົນ” ປີ 2026 ໂດຍ​ສູນ​ກາງ​ສະ​ຫະພັນ​ຊາວ​ໜຸ່ມ ຫວຽດ​ນາມ ລິເລີ່ມ, ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ, ແບ່ງ​ປັນ​ຄວາມ​ຫຍຸ້ງ​ຍາກ ກັບ​ຊຸມ​ຊົນ​ທ້ອງ​ຖິ່ນ

Top