• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂວາລະປະຊຸມຄັ້ງທີ6,ຄະນະປະຈຳສະພາແຫ່ງຊາດຊຸດທີ14

      ວັນ​ທີ 9/1, ​ຈະໄຂ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ6,ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14. ​ເຊິ່ງ​ຈະດຳ​ເນີນ​ເປັນ​ເວ​ລາ 3 ວັນ, ທີ່​ວາ​ລະ​ປະ​ຊຸມ​ຄັ້ງ​ນີ້, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຈະ​ສະ​ຫງວນ​ເວ​ລາ​ສ່ວນຫຼ​າຍ​ໃຫ້​ແກ່​ວຽກ​ງາ​ນ​ສ້າງ​ກົດ​ໝາຍ. ຕາມນັ້ນ​ແລ້ວ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ​ຈະ​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ໃຫຍ່​ທີ່​ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດ​ໝາຍ​ຈຳ​ນວນ​ໜຶ່ງ​ຄື: ກົດໝາຍ​ວ່າ​ດ້ວຍ​ການ​ຊົດ​ເຊ​ີຍ​ຂອງ​ລັດ (ສະ​ບັບ​ປັບ​ປຸງ), ກົດ​ໝາຍ​ວ່າ​ດ້ວຍ​ການ​ໜູນ​ຊ່ວຍ​ດ້ານ​ນິ​ຕິ​​ທຳ (ສະ​ບັບ​ປັບ​ປຸງ), ກົດ​ໝາຍ​ວ່າ​ດ້ວຍ​ການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ, ກົດ​ໝາຍ​ວ່າ​ດ້ວຍ​ການ​ວາງ​ແຜນ​ຜັງ… ກໍ່​ໃນ​ວາ​ລະ​ປະ​ຊຸມ​ຄັ້ງ​ນີ້, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໄດ້​ປະ​ກອ​ບ​ຄຳ​ເຫັນ​ກ່ຽວ​ກັບ​ບັນ​ດາ​ແຜນ​ຮ່າງ ແລະ ລະ​ດັບ​ການ​ຈັດ​ແບ່ງ​ທຶນ​ລະ​ອຽດ​ໃຫ້​ແຕ່​ລະ​ໂຄງ​ການ​ໃນ​ແຜນ​ການ​ລົງ​ທຶນ​​ສາ​ທາ​ລະ​ນະ​ໄລ​ຍະ​ກາງ​ແຕ່ 2016 – 2020 ແລະ ບາງ​ບັນ​ຫ​າ​ສຳ​ຄັນ​ອື່ນໆ​ອີກ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ທ່ານນາງ ນາລີ ສີສຸລິດ ໄດ້ເດີນທາງເຖິງນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 26-27 ມັງກອນ 2026, ຕາມຄຳເຊີນຂອງ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ນາງ ໂງເຟືອງລີ.

Top