• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂວາລະປະຊຸມຄັ້ງທີ45 ຄະນະປະຈຳສະພາແຫ່ງຊາດ

(ພາບ: Nhan Sáng/TTXVN)
          ຕອນ​ເຊົ້າ​ວັນ​ທີ 17/2, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄຂ​ວາລະ​ປະຊຸມ​ຄັ້ງ​ທີ 45 ດ້ວຍ​ຫຼາຍ​ເນື້ອ​ໃນ​ສຳຄັນ​ເພື່ອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມສະ​ໄໝ​ສາມັນ​ເທື່ອທີ 11, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ​ເຊິ່ງຄາດ​ວ່າ​ຈະ​ຈັດ​ຕັ້ງ​ໃນ​ເດືອນ 3 ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ດຳ​ເນີນ​ການ​ສະຫລຸບ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ, ລັດຖະບານ, ປະທານ​ປະ​ເທດ, ບັນດາ​ອົງການ​ຍຸຕິ​ທຳ. ທ່ານ ຫງວຽນ​ຊິງ​ຮູ່ງ ສະ​ເໜີ​ວ່າ: ທີ່ວາລະ​ປະຊຸມ​ນີ້ຂອງຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ກ່ຽວຂ້ອງ​ຕ້ອງ​ກວດກາ​ຄືນ​ທຸກ​ວຽກ​ງານ​ເພື່ອ​ຊຸກຍູ້​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ, ສ້າງ​ເງື່ອນ​ໄຂ​ໃຫ້​ສະພາ​ເລືອກ​ຕັ້ງ​​ແຫ່ງ​ຊາດ ​ແລະ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ສືບ​ຕໍ່ຊີ້​ນຳ​ນຳພາ​ການ​ເລືອກ​ຕັ້ງ​ໃຫ້​ບັນລຸ​ຜົນສຳ​ເລັດ. ທ່ານປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ, ​ໃຫ້​ຮູ້​ວ່າ:
        “ການ​ເລືອກ​ຕັ້ງ​ສຳ​ເລັດ​ຜົນ​ມີ​ຄວາມ​ໝາຍວ່າ​ການ​ເລືອກ​ຕັ້ງ​ຈະ​ເລືອກ​ຕັ້ງບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ ​ເຊິ່ງ​ແມ່ນບັນດາ​ຜູ້ຕາງໜ້າ​ໃຫ້​ເຈດ​ຈຳນົງ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ, ມີ​ກຳລັງ​ແຮງ​ຂອງ​ປະຊາຊົນ​​ເຂົ້າ​ໃນອາຍຸ​ການ​ໃໝ່​ຂອງ​ປະ​ເທດ​ຊາດ. ອາດ​ເວົ້າ​ໄດ້​ວ່າ: ໜ້າ​ທີ່​ຂອງ​ພວກ​ເຮົາ​ນັບ​ແຕ່​ນີ້​​ເຖິງສະ​ໄໝ​ປະຊຸມ​ຈະ​ມາ​ເຖິງແມ່ນ​ສຳຄັນ​ທີ່​ສຸດ. ຂ້າພະ​ເຈົ້າ​ຫວັງ​ວ່າ: ບັນດາ​ສະມາຊິກ ​ໃນ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ດ້ວຍ​ຈິ​ດ​ໃຈຄວາມ​ຮັບຜິດຊອບ​ສູງ, ດ້ວຍ​ຄວາມ​ຕັດສິນ​ໃຈ ​ແລະ ​ເຈດ​ຈຳນົງ​ຂອງ​ຕົນ​ຈະ​ສືບ​ຕໍ່​ມີ​ບັນດາ​ການ​ປະກອບສ່ວນ​ສຳຄັນ​ເພື່ອ​ໃຫ້​ກອງ​ປະຊຸມ​ດ​ຳ​ເນີນ​ໄປ​ສຳ​ເລັດ​ຜົນ”
 (ແຫຼ່ງຄັດຈາກ VOV)
 

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top