• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂວັນບຸນ ອາຊຽນ

      ຕອນເຊົ້າວັນທີ 13 ກໍລະກົດ, ຢູ່ ຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ, ທີ່ຮ່າໂນ້ຍ, ໄດ້ໄຂງານບຸນ ອາຊຽນ (ອາຊຽນ Festival). ນີ້ແມ່ນການເຄື່ອນໄຫວນອນໃນແຜນຮ່າງຈັດຕັ້ງການໂຄສະນາ ແລະ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ ແລະ ແຜນການເຄື່ອນໄຫວປີ 2017 ຂອງຄະນະຊີ້ນຳຖະແຫຼງຂ່າວສື່ສານ ອາຊຽນ.

ທ່ານ ເຈືອງມີງຕ໋ວນ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ກ່າວຄຳເຫັນທີ່ພິທີໄຂ
(ພາບ: Huong Tra)
      ເຂົ້າຮ່ວມພິທີໄຂ ມີທ່ານ ເຈືອງມີງຕ໋ວນ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ແລະ ບັນດາເອກອັກຄະລັດຖະທູດ ອາຊຽນ.
        ໃນຂອບເຂດງານບຸນ ອາຊຽນ ທີ່ແກ່ຍາວຮອດວັນທີ 15 ກໍລະກົດ ໄດ້ຈັດຕັ້ງການເຄື່ອນໄຫວຕ່າງໆຄື: ວາງສະແດງຕາຕະລາງ ກ່ຽວກັບວິວັດການສ້າງຕັ້ງ ແລະ ພັດທະນາຂອງ ອາຊຽນໃນເຄິ່ງສະຕະວັດ, ບັນດາຊຸດສະແຕມໄປສະນີ ກ່ຽວກັບປະຊາຄົມ ອາຊຽນ, ພາບຖ່າຍສິລະປະດ້ວຍຫົວຂໍ້ກ່ຽວກັບປະເທດຊາດ ແລະ ປະຊາຊົນ, ການປ່ຽນແປງຂອງດິນຟ້າອາກາດ ແລະ ບັນດາຊົນເຜົ່າໃນອາຊຽນ, ພາບສື່ມວນຊົນກ່ຽວກັບ ອາຊຽນ. ກ່າວຄຳເຫັນໄຂງານບຸນ, ທ່ານ ເຈືອງມີງຕ໋ວນ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໃຫ້ຮູ້ວ່າ:
        “ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ໄດ້ຈັດຕັ້ງວັນບຸນ ອາຊຽນ ເພື່ອແນະນຳວິວັດການສ້າງຕັ້ງປະເທດຊາດ, ປະຊາຊົນ, ວິວັດການສ້າງຕັ້ງພື້ນຖານວັດທະນະທຳ ຂອງບັນດາປະເທດ ອາຊຽນ. ວັນບຸນ ອາຊຽນ ໄດ້ສົມທົບຫຼາຍເນື້ອໃນຜ່ານການສະແດງທີ່ມີຫຼາຍຮູບຫຼາຍແບບ ທີ່ໄດ້ແນະນຳ ແລະ ສະໜອງໃຫ້ຜູ້ຊົມຮູບພາບກ່ຽວກັບ ອາຊຽນ ຜ່ານຫຼາຍແງ່ມູມ. ບັນດາຜະລິດຕະພັນໄດ້ຮັບການວາງສະແດງແມ່ນສ່ອງແສງຫຼາຍຫົວເລື່ອງ, ໄດ້ຮັບການເລືອກເຟັ້ນຜ່ານການເສັງຢູ່ພາກພື້ນ, ມີຄຸນນະພາບສູງກ່ຽວກັບສິລະປະ ແລະ ເນື້ອໃນສ່ອງແສງພາຍໃຕ້ຫຼາຍຮູບແບບ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top