• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂຊຸດບຳລຸງສ້າງບັນດາເຈົ້າໜ້າທີ່ ອີຕາລີ ແລະ ອາຊຽນ ກ່ຽວກັບການປົກປ້ອງພົນລະເຮືອນ

      ສືບຕໍ່ຜັນຂະຫຍາຍໂຄງການຄູ່ຮ່ວມມືພັດທະນາ ອີຕາລີ-ອາຊຽນ, ໃນວັນທີ 3 ກຸມພາ, ກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ອີຕາລີ ໄດ້ສົມທົບກັບກົມປົກປ້ອງພົນລະເຮືອນ ອີຕາລີ ໄຂຊຸດບຳລຸງສ້າງຜ່ານທາງອອນລາຍກ່ຽວກັບການປົກປ້ອງພົນລະເຮືອນໃຫ້ບັນດາເຈົ້າໜ້າທີ່ ອີຕາລີ ແລະ ບັນດາປະເທດ ອາຊຽນ.
ກອງປະຊຸມທາງອອນລາຍ (ພາບ: TTXVN)
      ຕາງໜ້າໃຫ້ບັນດາເອກອັກຄະລັດຖະທູດ, ທ່ານນາງ Andayani Esti, ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ອີຕາລີ ທັງເປັນປະທານຄະນະກຳມະການບັນດາປະເທດ ອາຊຽນ ຢູ່ ໂຣມ (ACR), ຊົມເຊີຍ ແລະ ຕີລາຄາສູງຄວາມໝາຍຂອງໂຄງການບຳລຸງສ້າງ, ເປັນຕົ້ນແມ່ນເມື່ອ ອີຕາລີ ແລະ ອາຊຽນ ໄດ້ກາຍເປັນຄູ່ຮ່ວມມືພັດທະນາຂອງກັນ ແລະ ພ້ອມກັນແບ່ງປັນຄວາມເອົາໃຈໃສ່ກ່ຽວກັບຄວາມປອດໄພຂອງມະນຸດໃນສະພາບການທັງສອງຝ່າຍລ້ວນແຕ່ພວມຖືກຜົນກະທົບຢ່າງຫຍໍ້ທໍ້ຈາກການປ່ຽນແປງຂອງດີນຟ້າອາກາດ ແລະ ໂລກລະບາດໂຄວິດ-19.
        ທ່ານນາງ ຫງວຽນທິບິ໊ກເຫ້ວ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ໄດ້ແບ່ງປັນບັນດາບົດຮຽນ ແລະ ບຸລິມະສິດຂອງ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນ ແລະ ຄຸ້ມຄອງໄພທຳມະສາດ, ຄວບຄຸມໂລກລະບາດໂຄວິດ-19; ທ່ານນາງກໍ່ສະແດງຄວາມເຊື່ອໝັ້ນວ່າ ອີຕາລີ ດ້ວຍຖານະບົດບາດ ປະທານກຸ່ມ G20, ຈະຍູ້ແຮງການຮ່ວມມືກັບ ອາຊຽນ ເພື່ອປະກອນສ່ວນຊຸກຍູ້ເປົ້າໝາຍເພື່ອມະນຸດຢ່າງມີປະສິດທີຜົນໃນໂຄງການດຳເນີນຂອງ G20 ໃນປີ 2021.
(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top