• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານບຸນວິຫານເຈີນ-ທ໋າຍບິ່ງປີ 2017


ທ່ານ​ຮ່​ວາງ​ຈຸງ​ຫາຍ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ຮ່າ​ໂນ້ຍ ຕີ​ກອງ​ໄຂ​ງານ​ບຸນ
(ພາບ: baotintuc.vn)
      ຕອນ​ຄ່ຳ​ວັນ​ທີ 09/02 (ກົງ​ກັບ​ວັນ​ທີ 13 ເດືອນ​ຈ່ຽງ​ປີ​ລະ​ກາ), ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ແຫ່ງ​ຊາດ​ພິ​ເສດ ເຂດ​ສຸ​ສານ ແລະ ວິ​ຫານ​ບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດໃນ​ສະ​ໄໝ​ລາດ​ຊະ​ວົງ​ເຈີ່ນ ​ຢູ່ຕາ​ແສງ ຕ໋ຽນ​ດຶກ, ເມືອງ​ຮືງ​ຮ່າ, ແຂວງ​ທ໋າຍ​ບິ່ງ, ໄດ້​ດຳ​ເນີນ​ພິ​ທີ​ໄຂ​ງານ​ບຸນ​ວິ​ຫານ ເຈີ່ນ - ທ໋າຍ​ບິ່ງ​ ປີ 2017. ທ່ານ​ຮ່​ວາງ​ຈຸງ​ຫາຍ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ຮ່າ​ໂນ້ຍ ໄດ້​ເຂົ້າ​ຮ່ວມ ແລະ ຕີ​ກອງ​ໄຂ​ງານ​ບຸ​ນ. ງານ​ບຸນ​ເຈີ່ນ - ທ໋າຍ​ບິ່ງ ຖືກ​ຈັດ​ຂຶ້ນ​ປະ​ຈ​ຳ​ປີ ເພື່ອ​ແນ​ໃສ່​ຢືນ​ຢັນ ແລະ ເຊີດ​ຊູ​ບຸນ​ຄຸນສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຂອງ​ລາ​ຊະ​ວົງ ເຈີ່ນ ໃນ​ວິ​ວັດ​ທະ​ນາ​ການ​ປະ​ຫວັດ​ສາດ​ຫວຽດ​ນາມ, ຜ່ານນັ້ນ​ສຶກ​ສາ​ມູນ​ເຊື້ອ​ວັ​ດ​ທະ​ນະ​ທຳ, ອະ​ລິ​ຍະ​ທຳ, ຮັກ​ຊາດ ແລະ ການ​ປະ​ຕິ​ວັດ​ທີ່​ອົງ​ອາດ​ກ້າ​ຫານ​ໃຫ້​ແກ່​ພະ​ນັກ​ງານ ແລະ ປະ​ຊາ​ຊົນ. ພາຍ​ຫຼັງ​ພິ​ທີ​ໄຂ​ງານບ​ຸນວິ​ຫານ ເຈີ່ນ - ທ໋າຍ​ບິ່ງ, ໄດ້​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທ​ະ​ນະ​ທຳ, ສີ​ລະ​ປະທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຄື: ສະ​ແດງ​ຕີກອງ​​ໃນ​ງານບຸນ ລອງ​ຮືງ, ຟ້ອນ​ມັງ​ກອນ, ຟ້ອນ​ສິງ​ໂຕ…
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top