• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານບຸນຕ່າງໆຍາມລະດູບານໃຫມ່ໃນທົ່ວປະເທດ

ວັນທີ 25 ກຸມພາ (ວັນທີ 10 ເດືອນຈຽງປີຈໍ 2018), ຢູ່ ສູນວັດທະນະທຳ ຈຸກເລີມອຽນຕື໋ ແຂວງ ກວ໋າງນີງ ໄດ້ດຳເນີນພິທີໄຂງານບຸນຍາມລະດູບານໃຫມ່ ອຽນຕື໋ ປີ 2018. 

ບັນດາຜູ້ແທນເຂົ້າຮ່ວມພິທີໄຂງານບຸນງ້ວາເວີນ

      ນີ້ແມ່ນເຫດການນອນໃນບັນດາການເຄື່ອນໄຫວຕອບສະຫນອງປີທ່ອງທ່ຽວແຫ່ງຊາດ 2018 - ຮ້າລອງ - ກວ໋າງນີງ. ທ່ານນາງ ດັ້ງທີງອກທິ້ງ, ຮອງປະທານປະເທດຫວຽດນາມ ໄດ້ເຂົ້າຮ່ວມພິທີໄຂ. ກ່ອນຫນ້ານັ້ນ ວັນທີ 24 ກຸມພາ, ຢູ່ເທດສະບານ ດົງຈຽວ ແຂວງ ກວ໋າງນີ້ງ ງານບຸນ ງ້ວາເວີນ ຍາມລະດູບານໃຫມ່ປີ 2018 ກໍ່ຖືກໄຂຂຶ້ນຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດ ສະໄຫມລາດຊະວົງເຈີນ.  ນີ້ແມ່ນການເຄື່ອນໄຫວມີຄຸນຄ່າດ້ານວັດທະນະທຳມະນຸດຢ່າງເລິກເຊິ່ງ, ມີຄວາມໝາຍອວ່າຍຫນ້າເມືອຫາກົກເຄົ້າເຫງົ້າກໍ່, ແມ່ນໂອກາດເພື່ອໃຫ້ປະຊາຊົນທຸກຊັ້ນວັນນະຢູ່ພາຍໃນແຂວງ ແລະ ມາຈາກທຸກສາລາທິດມາຖະຫວາຍທູບທຽນ ສະແດງຄວາມເຄົາລົບນັບຖື, ຄວາມຮູ້ບຸນຄຸນຕໍ່ພະພຸດເຈົ້າຊີວິດ ເຈີນເຍີນຕົງ ແລະ ເຊີດຊູບັນດາຄຸນຄ່າແນວຄິດຂອງນິກາຍຈຸກເລີມ, ພາວະນາຂໍໃຫ້ປີໃຫມ່ມີໂຊກມີໄຊ ມີຄວາມຢູ່ເຢັນເປັນສຸກ.

ໃນວັນດຽວກັນ ຢູ່ ຕາແສງ ຫວີງທິ້ງ ເມືອງ ຮ່ວາບີງແຂວງ ບາກລຽວກໍ່ໄດ້ດຳເນີນງານບຸນ ງີງອົງ ຊື່ງແມ່ນງານບຸນປະເພນີຂອງຊາວປະມົງຢູ່ເຂດແຄມທະເລ ຖືກຈັດຂຶ້ນປະຈຳປີ ເພື່ອແນໃສ່ພາວະນາຂໍໃຫ້ດິນຟ້າເອື້ອອຳນວຍຄວາມສະດວກ ຊ່ວຍໃຫ້ເຂົາເຈົ້າໄປຫາກຸ້ງຫາປາໄດ້ຮັບຜົນດີ.

(ແຫຼ່ງຄັດຈາກ VOV)


ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top