• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານຕະຫຼາດນັດການທ່ອງທ່ຽວສາກົນ ຫວຽດນາມ ປີ 2020

      ຕອນເຊົ້າວັນທີ 18 ພະຈິກ, ງານຕະຫຼາດນັດການທ່ອງທ່ຽວ ຫວຽດນາມ ປີ 2020 (VITM 2020) ຖືກໄຂຂຶ້ນຢູ່ຮ່າໂນ້ຍ. ນີ້ແມ່ນເຫດການທ່ອງທ່ຽວສາກົນປະຈຳປີ ທີ່ມີຂອບຂະໜາດແຖວໜ້າໃນພາກພື້ນ.

ງານຕະຫຼາດນັດການທ່ອງທ່ຽວ ຫວຽດນາມ ປີ 2020 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 18 ພະຈິກ ຢູ່ຮ່າໂນ້ຍ  
      VITM 2020 ໄດ້ດຶງດູດການເຂົ້າຮ່ວມຂອງບັນດາວິສາຫະກິດ, ອົງການຄຸ້ມຄອງ, ສົ່ງເສີມການທ່ອງທ່ຽວເປັນຈຳນວນຫຼາຍທີ່ມາຈາກ 47 ແຂວງ, ນະຄອນໃນທົ່ວປະເທດ ແລະ ມາຈາກ 6 ປະເທດ ແລະ ເຂດແຄວ້ນ.  ດ້ວຍຫົວຂໍ້ “ຫັນເປັນດີຈີຕອນ ຊຸກຍູ້ການພັດທະນາການທ່ອງທ່ຽວ”, ຕະຫຼາດນັດປີນີ້ໄດ້ ສົ່ງເສີມໃຫ້ບັນດາວິສາຫະກິດ ແລະ ອົງການຈັດຕັ້ງເຂົ້າຮ່ວມ ພ້ອມກັນປຶກສາຫາລື ເພື່ອຍົກອອກບັນດາຂໍ້ລິເລີ່ມໃນວິວັດການຄຸ້ມຄອງ, ດຳເນີນທຸລະກິດ ແລະ ການເຄື່ອນໄຫວທ່ອງທ່ຽວ, ຕິດພັນກັບການໝູນໃຊ້ເຕັກໂນໂລຢີ 4.0. VITM 2020 ໄດ້ສ້າງກາລະໂອກາດໃຫ້ທ້ອງຖິ່ນຕ່າງໆ, ອົງການຈັດຕັ້ງ ແລະ ວິສາຫະກິດໂຄສະນາເຄື່ອງໝາຍການຄ້າ, ແນະນຳຜະລິດຕະພັນ ແລະ ຊຸກຍູ້ການພັດທະນາການທ່ອງທ່ຽວ.
        VITM 2020 ຖືກດຳເນີນຢູ່ ຫໍວັດທະນະທຳມິດຕະພາບ ຮ່າໂນ້ຍ ຮອດວັນທີ 21 ພະຈິກ ຈຶ່ງອັດລົງ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top