• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ

ໃນເວລາ 8 ໂມງເຊົ້າຂອງວັນທີ 26 ມັງກອນ 2021, ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ຖືກຈັດຂຶ້ນຢູ່ສູນປະຊຸມແຫ່ງຊາດ, ນະຄອນຫຼວງ ຮ່າໂນ້ຍ. 


ບັນດາທ່ານຜູ້ແທນ ຟັງສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ອ່ານບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ຊຸດທີ XII. ພາບ: VNA


ຄະນະປະທານບັນຊາກອງປະຊຸມໃຫຍ່. ພາບ: VNA
 

ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ອ່ານບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ຊຸດທີ XII. ພາບ: VNA


ສະຫາຍ ຫງວຽນຊວນຟຸກ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ລັດຖະບານ ຕາງໜ້າໃຫ້ຄະນະປະທານ ກ່າວປາໄສໄຂກອງປະຊຸມໃຫຍ່. ພາບ: VNA

ເຂົ້າຮ່ວມມີບັນດາສະຫາຍການນຳ, ອະດີດການນຳ ພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ນັກປະຕິວັດຜູ້ອາວຸໂສ, ແມ່ ຫວຽດນາມ ວິລະຊົນ, ບັນຍາຊົນ, ນັກສິລະປິນ, ຜູ້ມີຖານະຕຳແໜ່ງໃນສາສະໜາ ແລະ ຜູ້ຕາງໜ້າຮຸ່ນໜຸ່ມ.

ບັນດາທ່ານເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນປະຈຳ ຫວຽດນາມ ກໍ່ໄດ້ເຂົ້າຮ່ວມ ພິທີໄຂກອງປະຊຸມໃຫຍ່.

ເຂົ້າຮ່ວມກອງປະຊຸມໃຫຍ່ມີ ຜູ້ແທນທັງໝົດ 1.587 ສະຫາຍ, ຕາງໜ້າໃຫ້ແກ່ສະມາຊິກພັກທົ່ວປະເທດ 5,1 ລ້ານສະຫາຍ.

ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 25 ພະຈິກ 2021, ບັນດາ ທ່ານຜູ້ແທນ ໄດ້ໄປວາງພວງມາລາ ແລະ ເຂົ້າຢ້ຽມຄຳ່ນັບ ສຸສານປະທານ ໂຮ່ຈີມິນ ແລະ ຖະຫວາຍທູບທຽນ ທີ່ອະນຸສາວະລີ ນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ.
 
ປະຕິບັດ: VNA/VNP
      

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top