ໃນເວລາ 8 ໂມງເຊົ້າຂອງວັນທີ 26 ມັງກອນ 2021, ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ຖືກຈັດຂຶ້ນຢູ່ສູນປະຊຸມແຫ່ງຊາດ, ນະຄອນຫຼວງ ຮ່າໂນ້ຍ.
ບັນດາທ່ານຜູ້ແທນ ຟັງສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ອ່ານບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ຊຸດທີ XII. ພາບ: VNA
ຄະນະປະທານບັນຊາກອງປະຊຸມໃຫຍ່. ພາບ: VNA
ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ອ່ານບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ຊຸດທີ XII. ພາບ: VNA
|
ສະຫາຍ ຫງວຽນຊວນຟຸກ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ລັດຖະບານ ຕາງໜ້າໃຫ້ຄະນະປະທານ ກ່າວປາໄສໄຂກອງປະຊຸມໃຫຍ່. ພາບ: VNA
|
ເຂົ້າຮ່ວມມີບັນດາສະຫາຍການນຳ, ອະດີດການນຳ ພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ນັກປະຕິວັດຜູ້ອາວຸໂສ, ແມ່ ຫວຽດນາມ ວິລະຊົນ, ບັນຍາຊົນ, ນັກສິລະປິນ, ຜູ້ມີຖານະຕຳແໜ່ງໃນສາສະໜາ ແລະ ຜູ້ຕາງໜ້າຮຸ່ນໜຸ່ມ.
ບັນດາທ່ານເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນປະຈຳ ຫວຽດນາມ ກໍ່ໄດ້ເຂົ້າຮ່ວມ ພິທີໄຂກອງປະຊຸມໃຫຍ່.
ເຂົ້າຮ່ວມກອງປະຊຸມໃຫຍ່ມີ ຜູ້ແທນທັງໝົດ 1.587 ສະຫາຍ, ຕາງໜ້າໃຫ້ແກ່ສະມາຊິກພັກທົ່ວປະເທດ 5,1 ລ້ານສະຫາຍ.
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 25 ພະຈິກ 2021, ບັນດາ ທ່ານຜູ້ແທນ ໄດ້ໄປວາງພວງມາລາ ແລະ ເຂົ້າຢ້ຽມຄຳ່ນັບ ສຸສານປະທານ ໂຮ່ຈີມິນ ແລະ ຖະຫວາຍທູບທຽນ ທີ່ອະນຸສາວະລີ ນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ.
ປະຕິບັດ: VNA/VNP