• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມເທື່ອທີ 40 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 14

ແຕ່ວັນທີ 17 – 18 ທັນວາ 2019, ກອງປະຊຸມເທື່ອທີ 40 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຈະດຳເນີນຢູ່ຫໍສະພາແຫ່ງຊາດ, ທີ່ນະຄອນຫລວງ ຮ່າໂນ້ຍ. ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ຈະເປັນປະທານກອງປະຊຸມ.

ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະພິຈາລະນາ, ປະກອບຄຳເຫັນກ່ຽວກັບເນື້ອໃນຕ່າງໆຄື: ສັບຊ້ອນຫົວໜ່ວຍບໍລິຫານຂັ້ນຕາແສງ, ຂັ້ນເມືອງຢູ່ບາງແຂວງ, ນະຄອນທີ່ຂຶ້ນກັບສູນກາງ; ໂຄງການປະຕິບັດງານປີ 2020 ຂອງຄະນະປະຈຳສະພາແຫ່ງຊາດ; ໂຄງການເຄື່ອນໄຫວພົວພັນຕ່າງປະເທດປີ 2020 ຂອງຄະນະປະຈຳສະພາແຫ່ງຊາດ.

        ຄະນະປະຈຳສະພາແຫ່ງຊາດກໍ່ສະຫລຸບກອງປະຊຸມສະໄໝສາມັນເທື່ອທີ 8 ແລະ ປະກອບຄຳເຫັນເບື້ອງຕົ້ນກ່ຽວກັບການກະກຽມຈັດຕັ້ງກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ 14.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ: ຫວຽດ​ນາມ ຍາມ​ໃດ​ກໍ​ສາ​ມັກ​ຄີ, ສະ​ໜັບ​ສະ​ໜູນ ແລະ ຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມ​ກັບ​ປະ​ຊາ​ຊົນ ກູ​ບາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ: ຫວຽດ​ນາມ ຍາມ​ໃດ​ກໍ​ສາ​ມັກ​ຄີ, ສະ​ໜັບ​ສະ​ໜູນ ແລະ ຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມ​ກັບ​ປະ​ຊາ​ຊົນ ກູ​ບາ

ຕອນບ່າຍວັນທີ 2 ກຸມພາ, ຢູ່ສຳນັກງານສູນກາງພັກ, ນະຄອນຫຼວງ ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Bruno Rodríguez Parrilla ທູດພິເສດພັກກອມມູນິດ ກູບາ, ລັດສ. ກູບາ, ລັດຖະມົນຕີການຕ່າງປະເທດ ກູບາ ທີ່ພວມຢ້ຽມຢາມຢູ່ ຫວຽດນາມ.

Top