• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 51

      ຕອນເຊົ້າວັນທີ 6 ກັນຍາ, ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 51 (AEM 51) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ໄຂຂຶ້ນຢູ່ນະຄອນບາງກອກປະເທດໄທ ຢ່າງເປັນທາງການ ໂດຍມີການເຂົ້າຮ່ວມຂອງການນຳເສດຖະກິດທີ່ມາຈາກ 10 ປະເທດສະມາຊິກອາຊຽນ ແລະ ບັນດາຄູ່ຮ່ວມມື.

ພາບ: TTXVN
      ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ເຈີ່ນຕວັນແອັງ ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.
  ໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 51 (AEM 51) ຈັດຂຶ້ນຢູ່ບາງກອກ ແຕ່ວັນທີ 3-10 ກັນຍາ, ບັນດາກອງປະຊຸມທີ່ກ່ຽວຂ້ອງຈະຖືກຈັດຕັ້ງຂຶ້ນຊື່ງລວມມີ: ກອງປະຊຸມສະພາເຂດການຄ້າເສລີອາຊຽນ (AFTA)  ຄັ້ງທີ 33, ກອງປະຊຸມລະຫວ່າງລັດຖະມົນຕີເສດຖະກິດອາຊຽນ ແລະ ສະພາເຂດລົງທຶນອາຊຽນ (AEM-AIA) ຄັ້ງທີ 22, ກອງປະຊຸມທາບທາມຄວາມເຫັນລະຫວ່າງອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື, ກອງປະຊຸມລັດຖະມົນຕີສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຄັ້ງທີ 7…ນີ້ແມ່ນບັນດາການເຄື່ອນໄຫວຕົ້ນຕໍໃນການຮ່ວມມືເສດຖະກິດອາຊຽນ ແມ່ນໂອກາດເພື່ອໃຫ້ລັດຖະມົນຕີເສດຖະກິດຂອງ 10 ປະເທດອາຊຽນ ແລະ ບັນດາຄູ່ຮ່ວມມືນອກກຸ່ມ ດຳເນີນການແລກປ່ຽນ, ເຊັນບັນດາຂໍ້ຕົກລົງຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນພາຍໃນກຸ່ມອາຊຽນ ກໍ່ຄືລະຫວ່າງອາຊຽນ ແລະ ບັນດາຄູ່ຮ່ວມມືນອກກຸ່ມ, ເອກະພາບບັນດາເນື້ອໃນທີ່ຈະຍື່ນສະເໜີຕໍ່ກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມກ່ຽວຂ້ອງ ຊື່ງຈະຈັດຂຶ້ນໃນເດືອນພະຈິກທີ່ຈະມາເຖິງຢູ່ບາງກອກປະເທດໄທ.
   ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ຢູ່ນອກວາລະໄຂກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 51 (AEM 51), ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ເຈີ່ນຕວັນແອັງ ໃຫ້ຮູ້ວ່າ: ທີ່ກອງປະຊຸມຄັ້ງນີ້, ຫວຽດນາມ ຈະລົງນາມໃນສັນຍາການຄ້າການບໍລິການອາຊຽນ (ATISA). 
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top