• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມສຳມະນາການຄຸ້ມຄອງກອງທັບບົກ ປາຊີຟິກ ຄັ້ງທີ 42

      ຕອນເຊົ້າວັນທີ 20 ສິງຫາ, ທີ່ຮ່າໂນ້ຍ, ກອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ແລະ ກອງບັນຊາການກອງທັບບົກ ປາຊີຟິກ ອາເມລິກາ ເປັນປະທານຮ່ວມຈັດຕັ້ງກອງປະຊຸມສຳມະນາການຄຸ້ມຄອງກອງທັບບົກ ປາຊີຟິກ ຄັ້ງທີ 42 (PAMS - 42)

ໄຂກອງປະຊຸມສຳມະນາການຄຸ້ມຄອງກອງທັບບົກ ປາຊີຟິກ ຄັ້ງທີ 42 (ພາບ:TTXVN )
      ດ້ວຍຫົວຂໍ້ທີ່ວ່າ “ການຮ່ວມມືລະຫວ່າງກອງທັບບົກບັນດາປະເທດພາກພື້ນມະຫາສະໝຸດ ອິນເດຍ - ອາຊີ - ປາຊີຟິກ ໃນການໜູນຊ່ວຍມະນຸດສະທຳ, ກູ້ຊ່ວຍໄພພິບັດ”.
        ກອງປະຊຸມສຳມະນາຈະດຳເນີນແຕ່ວັນທີ 20 – 23 ສິງຫາ ປີ 2018, ດ້ວຍການເຂົ້າຮ່ວມຂອງບັນດາຜູ້ແທນກອງທັບບົກທີ່ມາຈາກ 27 ປະເທດໃນພາກພື້ນມະຫາສະໝຸດ ອິນເດຍ - ອາຊີ - ປາຊີຟິກ. ລາຍການ PAMS – 42 ມີ 3 ວາລະປະຊຸມຄົບຄະນະດ້ວຍບັນດາເນື້ອໃນຕົ້ນຕໍຄື: ການຮັບມືໃນເບື້ອງຕົ້ນຂອງບັນດາກຳລັງກອງທັບບົກໃນການໜູນຊ່ວຍມະນຸດສະທຳ, ກູ້ຊ່ວຍໄພພິບັດ; ການຮ່ວມມືຫລາຍຝ່າຍໃນການໜູນຊ່ວຍມະນຸດສະທຳ, ກູ້ຊ່ວຍໄພພິບັດ; ຍົກສູງບົດບາດຂອງການຮ່ວມມືພາກພື້ນໃນການໜູນຊ່ວຍມະນຸດສະທຳ, ກູ້ຊ່ວຍໄພພິບັດ.
 (ແຫຼ່ງຄັດຈາກ VOV)

ໄຟ​ຟ້າ​ແຮງ​ລົມ ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ບົ່ມ​ຊ​້ອນ top 5 ໃນ​ ອາ​ຊີ

ໄຟ​ຟ້າ​ແຮງ​ລົມ ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ບົ່ມ​ຊ​້ອນ top 5 ໃນ​ ອາ​ຊີ

ຕາມ​ບົດ​ລາຍ​ງານຫຼ້າ​ສຸດ​ຂອງ​ສະ​ພາ​ພະ​ລັງ​ງານ​ແຮງ​ລົມ​ທົ່ວ​ໂລກ, ຫວຽດ​ນາມ ມີ​ກຳ​ລັງ​ບົ່ມ​ຊ້ອນຫຼາຍ​ຢ່າງ​ເພື່ອ​ກາຍ​ເປັນ​ຕະຫຼາດ​ໄຟ​ຟ້າ​ແຮງ​ລົມ​ຢູ່ນອກ​ຝັ່ງ ໃຫຍ່​ອັນ​ດັບ​ທີ 5 ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ໃນ​ໄລ​ຍະ 2031 – 2035.

Top