• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໃຫ້​ສັດ​ຕະ​ຍາ​ບັນການ​ພົ້ນ​ຕຳ​ແໜ່ງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໜ​ຶ່ງ​ທ່ານ ແລະ ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຂະ​ແໜງ 12 ທ່ານ

ສະພາແຫ່ງຊາດໄດ້ປ່ອນບັດໃຫ້ສັດຕະຍາບັນການພົ້ນຕຳແໜ່ງຮອງນາຍົກລັດຖະມົນຕີ ແກ່ທ່ານ ຈິ້ງດິ່ງຢຸງ ແລະ ລັດຖະມົນຕີ, ຫົວໜ້າບັນດາອົງການທຽບເທົ່າກະຊວງ 12 ທ່ານ. 
ສະພາແຫ່ງຊາດຮັບຮອງເອົາການພົ້ນຕຳແໜ່ງຮອງນາຍົກລັດຖະມົນຕີ ແກ່ທ່ານ ຈິ້ງດິ່ງຢຸງ (ພາບ: anninhthudo.vn)

ຕອນບ່າຍວັນທີ 7 ເມສາ, ສະພາແຫ່ງຊາດໄດ້ປ່ອນບັດໃຫ້ສັດຕະຍາບັນການພົ້ນຕຳແໜ່ງຮອງນາຍົກລັດຖະມົນຕີ ແກ່ທ່ານ ຈິ້ງດິ່ງຢຸງ ແລະ ລັດຖະມົນຕີ, ຫົວໜ້າບັນດາອົງການທຽບເທົ່າກະຊວງ 12 ທ່ານ. ຕາມໝາກຜົນຂອງການປ່ອນບັດແລ້ວ ມີ 94,58 % ສະມາຊິກສະພາແຫ່ງຊາດ ເຫັນດີນຳ.

        ຕາມນັ້ນແລ້ວ, ສະພາແຫ່ງຊາດໃຫ້ສັດຕະຍາບັນການພົ້ນຕຳແໜ່ງ ຮອງນາຍົກລັດຖະມົນຕີໃຫ້ທ່ານ ຈິ້ງດິ່ງຢຸງ. ສະມາຊິກລັດຖະບານ 12 ທ່ານ ທີ່ນອນໃນບັນຊີລາຍຊື່ພົ້ນຕຳແໜ່ງ ລວມມີ: ທ່ານ ໂງຊວັນລິກ - ລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານຟ້າມບິ່ງມິນ - ລັດຖະມົນຕີກະຊວງການຕ່າງປະເທດ (ຍັງຮັກສາຕຳແໜ່ງເປັນຮອງນາຍົກລັດຖະມົນຕີ); ທ່ານ ດິງຕ໊ຽນຢຸງ - ລັດຖະມົນຕີກະຊວງການເງິນ; ທ່ານ ເຈິ່ນຕ໊ວນແອັງ - ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ; ທ່ານ ຟ້າມຮົ່ງຮ່າ - ລັດຖະມົນຕີກະຊວງກໍ່ສ້າງ; ທ່ານ ຟຸ່່ງຊວັນຫຍ້າ - ລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງ; ທ່ານ ຫງວຽນຊວັນເກືອງ - ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ…

 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top