ໂຮ້ຍອານ ຕື່ນຂຶ້ນມາ ຫຼັງການລະບາດ ໂຄວິດ-19
ຫຼັງຈາກຫຼາຍເດືອນ ທີ່ຈົມຢູ່ໃນ ສະພາບວ່າງປ່ຽວ ດຽວດາຍ ຍ້ອນ ການລະບາດໂຄວິດ-19, ແຕ່ໃນຊຸມມື້ ໃກ້ຈະຮອດບຸນປີໃໝ່ປະຈຳ ຊາດ (ປີສະຫຼູ) ຢູ່ ຄຸ້ມເມືອງເກົ່າ ໂຮ້ຍອານ ກຳລັງຄ່ອຍໆ ກັບຄືນ ຈັງຫວະຊີວິດ ທີ່ ເຄີຍມີມາ ດ້ວຍຄວາມງາມແບບດັ້ງເດີມ, ແຕ່ ໄດ້ ສ້າງຄວາມປະທັບໃຈ ໃຫ້ນັກທ່ອງທ່ຽວ ຢູ່ສະເໝີ ເມື່ອມີໂອກາດ ມາ ຢ້ຽມຢາມ ທ່າເຮືອການຄ້າ ເກົ່າແກ່ທີ່ສຸດແຫ່ງນີ້ ຢູ່ເຂດພາກກາງ ຫວຽດນາມ.