• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຮງໝໍກາງສະໜາມຂັ້ນ 2 ເລກທີ 1 ກັບຄືນປະເທດ ພາຍຫລັງປະຕິບັດໜ້າທີ່ຮັກສາສັນຕິພາບຢູ່ ຊູດັງໃຕ້ ປະສົບຜົນສຳເລັດ

ຕອນຄ່ຳວັນທີ 21 ພະຈິກ, ກຸ່ມທຳອິດລວມມີພະນັກງານ, ນັກຮົບ 31 ຄົນຂອງໂຮງໝໍກາງສະໜາມຂັ້ນ 2 ເລກທີ 1 ຂຶ້ນກັບກຳລັງຮັກສາສັນຕິພາບ ຫວຽດນາມ ໄດ້ກັບມາຮອດສະໜາມບິນສາກົນ ເຕິນເຊີນເຍິ໊ດ, ນະຄອນ ໂຮ່ຈີມິນ, ພາຍຫລັງປະຕິບັດໜ້າທີ່ເຂົ້າຮ່ວມວຽກງານຮັກສາສັນຕິພາບສະຫະປະຊາຊາດຢູ່ ຊູດັງໃຕ້ ປະສົບຜົນສຳເລັດ.

ໂຮງໝໍກາງສະໜາມຂັ້ນ 2 ເລກທີ 1 ແມ່ນກຳລັງຮັກສາສັນຕິພາບຂັ້ນກົມກອງທຳອິດຂອງ ຫວຽດນາມ ທີ່ໄປເຂົ້າຮ່ວມການປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ

ໂຮງໝໍກາງສະໜາມຂັ້ນ 2 ເລກທີ 1 ແມ່ນກຳລັງຮັກສາສັນຕິພາບຂັ້ນກົມກອງທຳອິດຂອງ ຫວຽດນາມ ທີ່ໄປເຂົ້າຮ່ວມການປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ. ໃນເງື່ອນໄຂທີ່ຫຍຸ້ງຍາກ, ຮ້າຍແຮງ ແລະ ບັນດາມາດຕະຖານ, ຂັ້ນຕອນຢ່າງເຂັ້ມງວດຂອງສະຫະປະຊາຊາດ, ບັນດາພະນັກງານ, ນັກຮົບໂຮງໝໍກາງສະໜາມຂັ້ນ 2 ເລກທີ 1 ໄດ້ປັບຕົວໃຫ້ແທດເໝາະກັບເງື່ອນໄຂເຮັດວຽກ, ປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດຢູ່ ຊູດັງໃຕ້ ໃຫ້ສຳເລັດເປັນຢ່າງດີ. ຕາມແຜນການແລ້ວ, ພະນັກງານ, ນັກຮົບທີ່ຍັງເຫຼືອ 32 ຄົນຂອງໂຮງໝໍກາງສະໜາມຂັ້ນ 2 ເລກທີ 1 ນັ້ນ ຈະກັບຄືນປະເທດໃນວັນທີ 28 ພະຈິກ.
(ແຫຼ່ງຄັດຈາກ VOV)

ສານ​ກ່ຽວ​ກັບ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ມີ​ການ​ປ່ຽນ​ແປງ​ໃໝ່

ສານ​ກ່ຽວ​ກັບ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ມີ​ການ​ປ່ຽນ​ແປງ​ໃໝ່

ໃນໄລຍະພຽງສັ້ນໆ, ກົມການເມືອງໄດ້ປະກາດໃຊ້ມະຕິເລກທີ 72 (72-NQ/TW) ກ່ຽວກັບບັນດາມາດຕະການບຸກທະລຸ ຍົກສູງສຸຂະພາບຂອງ ປຊຊ (ເດືອນກັນຍາ ປີ 2025), ຕໍ່ຈາກນັ້ນ, ສະພາແຫ່ງຊາດໄດ້ກະກຽມຮັບຮອງເອົາມະຕິກ່ຽວກັບບັນດາກົນໄກ, ນະໂຍບາຍເພື່ອຜັນຂະຫຍາຍປະສິດທິຜົນມະຕິເລກທີ 72. ສິ່ງນີ້ສະແດງໃຫ້ເຫັນຄວາມເປັນເອກະພາບທາງການເມືອງທີ່ເຂັ້ມແຂງ ໃນການລົງທຶນໃຫ້ແກ່ມະນຸດ-ເສົາຄ້ຳຂອງການພັດທະນາແບບຍືນຍົງ.

Top