• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດ Covid-19: ຫວຽດນາມບັງຄັບໃຫ້ແຈ້ງຂໍ້ມູນຂ່າວກ່ຽວກັບສຸຂະພາບທາງເອເລັກໂຕນິກສຳລັບຜູ້ເຂົ້າເມືອງຫວຽດນາມ

      ບັງຄັບໃຫ້ຜູ້ເຂົ້າເມືອງຫວຽດນາມ ທຸກຄົນຕ້ອງແຈ້ງຂໍ້ມູນກ່ຽວກັບສຸຂະພາບເອເລັກໂຕນິກຕື່ມອີກ ນັບແຕ່ເວລາ 6 ໂມງຂອງວັນທີ 07 ມີນາ ຜ່ານເວັບໄຊ: http://www.suckhoetoandan.vn/khaiyte

ທີ່ກອງປະຊຸມ
(ພາບ: VGP)
      ຕອນເຊົ້າວັນທີ 06 ມີນາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດ Covid-19 ໄດ້ເປັນປະທານກອງປະຊຸມຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຄວບຄຸມໂລກລະບາດໃນໄລຍະປະຈຸບັນ.
          ຕໍ່ໜ້າສະພາບການຜັນແປທີ່ສັບສົນຍ້ອນໂລກລະບາດຢູ່ໃນໂລກ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຮຽກຮ້ອງວ່າ, ພ້ອມກັບການແຈ້ງສຸຂະພາບດ້ວຍເຈ້ຍແລ້ວ, ຍັງ “ບັງຄັບໃຫ້ຜູ້ເຂົ້າເມືອງຫວຽດນາມ ທຸກຄົນຕ້ອງແຈ້ງຂໍ້ມູນກ່ຽວກັບສຸຂະພາບເອເລັກໂຕນິກຕື່ມອີກ ນັບແຕ່ເວລາ 6 ໂມງຂອງວັນທີ 07 ມີນາ” ຜ່ານເວັບໄຊ: http://www.suckhoetoandan.vn/khaiyte ແລະ ສາມາດແຈ້ງຢູ່ສະໜາມບິນ, ກ່ອນທີ່ຜູ້ໂດຍສານຈະຂຶ້ນຍົນ; ຜ່ານນັ້ນ, ສ້າງຄວາມສະດວກໃຫ້ຜູ້ໂດຍສານເຂົ້າເມືອງຫວຽດນາມ.
          ໂດຍປະຕິບັດຕາມຄຳສັ່ງຊີ້ນຳດັ່ງກ່າວ, ທ່ານ ຫງວຽນແທັງລອງ, ຮອງລັດຖະມົນກະຊວງສາທາລະນະສຸກຫວຽດນາມ, ໃຫ້ຮູ້ວ່າ.
          “ສາມາດເວົ້າໄດ້ວ່າ ຫວຽດນາມ ແມ່ນປະເທດນຳໜ້າໃນການຜັນຂະຫຍາຍການແຈ້ງຂໍ້ມູນສຸຂະພາບເອເລັກໂຕນິກ. ພວກຂ້າພະເຈົ້າໄດ້ສົມທົບກັບບັນດາກຸ່ມບໍລິສັດໂທລະຄົມ ມະນາຄົມຢູ່ພາຍໃນປະເທດ, ພັດທະນາ. ລະບົບດັ່ງກ່າວໄດ້ເຄື່ອນໄຫວທາງອອນລາຍ, ຜູ້ເຂົ້າເມືອງສາມາດແຈ້ງຂໍ້ມູນສຸຂະພາບຂອງຕົນ ຫຼື ຫຼາຍຄົນໄປພ້ອມໆກັນ… ເມື່ອແຈ້ງຂໍ້ມູນແລ້ວ, ອົງການສາທາລະນະສຸກສາກົນ ຈະໃຫ້ຮູ້ກ່ຽວກັບອາການສຸຂະພາບ. ຖ້າຫາກມີກໍລະນີຖືກສົງໄສວ່າຕິດເຊື້ອພະຍາດ Covid-19, ພວກຂ້າພະເຈົ້າຈະລາຍງານ ແລະ ຜັນຂະຫຍາຍບັນດາມາດຕະການແຍກຕົວໂດຍທັນທີ”.
 (ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top