• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດໂຄວິດ-19: ເກືອບ 5,4 ລ້ານຄົນໃນໂລກຕິດເຊື້ອ

      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດ 8 ໂມງວັນທີ 24 ພຶດສະພາ (ຕາມເວລາ ຫວຽດນາມ), ໂລກໄດ້ຮັບຮູ້ລວມມີ 5.401.222 ກໍລະນີຕິດໄວຣັດ SARS-CoV-2, ໃນນັ້ນ ມີ 343.799 ກໍລະນີເສຍຊີວິດ. 
            ຈຳນວນກໍລະນີໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິໃນປັດຈຸບັນແມ່ນ 2.247.109 ກໍລະນີ ແລະ ຍັງມີ 53.592 ກໍລະນີມີອາການໜັກ.

(ພາບປະກອບ/TTXVN)
      ດ້ວຍປະມານ 22.000 ກໍລະນີຕິດເຊື້ອໃໝ່ໃນ 1 ມື້ຜ່ານມາ, ຍອດຈຳນວນກໍລະນີຕິດເຊື້ອໂຄວິດ-19 ຢູ່ ອາເມລິກາ ແມ່ນ 1.666.828 ກໍລະນີ, ໃນນັ້ນ, ຈຳນວນກໍລະນີເສຍຊີວິດແມ່ນ 98.683 ກໍລະນີ, ເພີ່ມຂຶ້ນ 1.127 ກໍລະນີ ເມື່ອທຽບໃສ່ຕົວເລກສະຖິຕິຂອງມື້ວານນີ້. ຖັດຈາກ ອາເມລິກາ ແມ່ນ ບຣາຊິນ, ລັດເຊຍ, ແອັດສະປາຍ ແລະ ອັງກິດ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ ອິດ​ສະ​ຣາ​ແອັນ, ມີ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ ອິດ​ສະ​ຣາ​ແອັນ, ມີ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ວັນ​ທີ 18 ພຶດ​ສະ​ພາ, ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີທີ່ Jerusalem, ທ່ານ ຫງວຽນ​ກີ່​ເຊີນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອິດ​ສະ​ຣາ​ແອັນ ໄດ້​ຍື່ນ​ສານ​ຕາ​ຕັ້ງ​ຕໍ່ທ່ານ Isaac Herzog ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສ​ະ​ຣາ​ແອັນ, ເລີ່ມ​​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດ​ຢູ່ ລັດ ອິດ​ສະ​ຣາ​ແອັນ ຢ່າງ​ເປັນ​ທາງ​ການ.

Top