• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຄສະນາກ່ຽວກັບທະເລໝູ່ເກາະ ຕິດພັນກັບການພັດທະນາເສດຖະກິດ ສັງຄົມ, ຮັບປະກັນການປ້ອງກັນຊາດ ແລະ ຄວາມສະຫງົບ

      ພິເສດແມ່ນຈັດຕັ້ງບັນດາງານວາງສະແດງວັດຖຸພັນແຜນທີ່ ແລະ ວາງສະແດງເອກະສານດ້ວຍຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ - ບັນດາພະຍານຫຼັກຖານດ້ານປະຫວັດສາດ - ນິຕິທຳ” ຢູ່ບັນດາແຂວງ, ນະຄອນ ໃນທົ່ວປະເທດ

ທ່ານ ເຈືອງມີງຕ໋ວນ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ກ່າວຄຳຫັນທີ່ພິທີ 
   ຕອນບ່າຍວັນທີ 15 ທັນວາ, ຢູ່ນະຄອນ ເຫ້ວ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຈັດຕັ້ງກອງປະຊຸມສະຫລຸບວຽກງານໂຄສະນາທະເລ, ໝູ່ເກາະໄລຍະ 2013 – 2017. ໃນໄລຍະ 5 ປີທີ່ຜ່ານມາ, ກະຊວງຖະແຫຼງຂ່າວ ແລະ ສື່ສານສົມທົບກັບຄະນະ, ກະຊວງ, ຂະແໜງການ ແລະ ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ, ບັນດາກົມກອງກຳລັງປະກອບອາວຸດຜັນຂະຫຍາຍວຽກງານ, ໂຄສະນາເຜີຍແຜ່ ປົກປັກຮັກສາອະທິປະໄຕຂອງ ຫວຽດນາມ ຢູ່ທະເລຕາເວັນອອກ ດ້ວຍບັນດາເນື້ອໃນແທດຈິງ, ຫຼາຍຮູບຫຼາຍແບບ. ພິເສດແມ່ນຈັດຕັ້ງບັນດາງານວາງສະແດງວັດຖຸພັນແຜນທີ່ ແລະ ວາງສະແດງເອກະສານດ້ວຍຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ - ບັນດາພະຍານຫຼັກຖານດ້ານປະຫວັດສາດ - ນິຕິທຳ” ຢູ່ບັນດາແຂວງ, ນະຄອນ ໃນທົ່ວປະເທດ; ງານວາງສະແດງວັດຖຸພັນເອກະສານດ້ວຍຫົວຂໍ້ວ່າ “ປະເທດຊາດ ແລະ ຊາວ ຫວຽດນາມ - ສັງເກດຈາກທະເລ, ໝູ່ເກາະ” ຢູ່ຕ່າງປະເທດ… ດຶງດູດຄວາມສົນໃຈຂອງປະຊາຄົມສາກົນເປັນພິເສດ.
        ທ່ານ ເຈືອງມີງຕ໋ວນ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຢັ້ງຢືນວ່າ: ວຽກງານໂຄສະນາເຜີຍແຜ່ກ່ຽວກັບທະເລ, ໝູ່ເກາະໃນໄລຍະຈະມາເຖິງແມ່ນໜ້າທີ່ຍາວນານ, ເປັນປະຈຳ ແລະ ຕໍ່ເນື່ອງຂອງຄະນະພັກ, ອຳນາດການປົກຄອງທຸກຂັ້ນ, ຂອງທົ່ວລະບົບການເມືອງ ຈາກສູນກາງລົງຮອດທ້ອງຖິ່ນ:
        “ການປະຕິບັດວຽກງານໂຄສະນາເຜີຍແຜ່ ກ່ຽວກັບທະເລ, ໝູ່ເກາະຕ້ອງຕິດພັນກັບການປະຕິບັດໜ້າທີ່ການເມືອງຂອງແຕ່ລະຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນຂອງແຕ່ລະອົງການ, ຫົວໜ່ວຍ. ດັ່ງນັ້ນ, ຂ້າພະເຈົ້າສະເໜີໃຫ້ບັນດາຄະນະ, ກະຊວງ, ຂະແໜງການ, ບັນດາແຂວງ, ນະຄອນ, ບັນດາກຳລັງປະກອບອາວຸດ ຄວນເປັນເຈົ້າການກ່ວາອີກເພື່ອສົມທົບກັນຍູ້ແຮງການໂຄສະນາເຜີຍແຜ່ກ່ຽວກັບທະເລ, ໝູ່ເກາະຕິດພັນກັບການສຸມໃສ່ໂຄສະນາປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ ສົມທົບກັນຢ່າງແໜ້ນແຟ້ນກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top