• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແມ່ຂອງ: ແມ່ນ້ຳແຫ່ງການຮ່ວມມື ແລະ ພັດທະນາ

ເນື່ອງໃນໂອກາດ ຫວຽດນາມ ເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດອະນຸພາກພື້ນແມ່ຂອງເປີດກ້ວາງ (GMS) ຄັ້ງທີ 6 ແລະ ກອງປະຊຸມສຸດຍອດກ່ຽວກັບເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ (CLV) ຄັ້ງທີ 10,

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກວດກາວຽກງານກະກຽມໃຫ້ກອງປະຊຸມສຸດ ຍອດ GMS 6
ແລະ ກອງປະຊຸມສຸດຍອດ CLV10

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ມີບົດຂຽນດ້ວຍຫົວຂໍ້ວ່າ “ແມ່ຂອງ: ແມ່ນ້ຳແຫ່ງການຮ່ວມມື ແລະ ພັດທະນາ”.

        ໃນບົດຂຽນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ນັບແຕ່ເມື່ອສ້າງຕັ້ງມາຮອດປະຈຸບັນ, ບັນດາກົນໄກຮ່ວມມືແມ່ຂອງ ໄດ້ມີບັນດາການປະກອບສ່ວນສຳຄັນສຳລັບການພັດທະນາຂອງພາກພື້ນ. ບັນດາຂອບເຂດການຮ່ວມມືແມ່ຂອງ ແມ່ນເວທີປາໄສເພື່ອໃຫ້ບັນດາປະເທດໃນພາກພື້ນແມ່ຂອງປັບປຸງຄວາມໄວ້ເນືື້ອເຊື່ອໃຈ, ເພີ່ມທະວີການເຈລະຈາ. ພ້ອມກັນນັ້ນ, ບັນດາກົນໄກຮ່ວມມືແມ່ຂອງ ກໍ່ປະກອບສ່ວນຢ່າງແທດຈິງໃຫ້ການເຊື່ອມຕໍ່ໃນພາກພື້ນ, ຊຸກຍູ້ວິວັດທະນາການຮ່ວມສຳພັນດ້ານເສດຖະກິດຂອງບັນດາປະເທດແມ່ຂອງ, ຮັດແຄບຊ່ອງຫວ່າງການພັດທະນາ ແລະ ຍົກສູງຄຸນນະພາບດ້ານຊີວິດການເປັນຢູ່ຂອງປະຊາຊົນ.

        ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ໃນແຜນສັງລວມ, ພາກພື້ນແມ່ຂອງແມ່ນ “ພາກພື້ນຄວາມໝັ້ນຄົງ ແລະ ພັດທະນາ” ໂດຍກົງຂອງ ຫວຽດນາມ ແລະ ການຮ່ວມມືແມ່ຂອງໄດ້ຜັນຂະຫຍາຍຢູ່ ຫວຽດນາມ ເຊິ່ງນຳໃຫ້ຜົນປະໂຫຍດລະອຽດຫລາຍຢ່າງ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ: ຫວຽດນາມ ໄດ້ ແລະ ພວມເຂົ້າຮ່ວມຢ່າງເປັນເຈົ້າການ ແລະ ຕັ້ງໜ້າເຂົ້າໃນທຸກຂອບເຂດການຮ່ວມມືແມ່ຂອງ, ພ້ອມກັບບັນດາສະມາຊິກສ້າງກົນໄກເຮັດວຽກຢ່າງມີປະສິດທິຜົນ, ເສີມຂະຫຍາຍທ່າແຮງຂອງບັນດາຝ່າຍເຂົ້າຮ່ວມ ແລະ ຕອບສະໜອງຄວາມຕ້ອງການພັດທະນາຂອງພາກພື້ນ. ພ້ອມກັນນັ້ນ, ໃນການຮ່ວມມືເຂດສາມຫຼ່ຽມພັດທະນາ CLV, ຫວຽດນາມ ກໍ່ໄດ້ມີບັນດາການປະກອບສ່ວນຢ່າງແທດຈິງ ແລະ ມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)


ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top