• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແນະນໍາສະຖານທີ່ທ່ອງທ່ຽວບາງແຫ່ງຢູ່ຮ່າໂນ້ຍ

      ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ວິທະຍຸກະຈາຍ ສຽງຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີເມວຫຼາຍສະບັບ ແລະໂທລະສັບຫຼາຍສາຍຈາກທ່ານຜູ້ຟັງ, ຜູ້ອ່ານ. ທ່ານຜູ້ຟັງ, ຜູ້ອ່ານສ່ວນຫຼາຍ ໄດ້ສະແດງຄວາມຮູ້ສຶກ ແລະ ມີບາງຄໍາຖາມກ່ຽວກັບການທ່ອງທ່ຽວຢູ່ຫວຽດນາມ. ໃນລາຍການ ໂອ້ລົມກັບເພື່ອນລາວພາກນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະຕອບບາງຄໍາຖາມທີ່ທ່ານຜູ້ຟັງຝາກມາລາຍການ.
            ເພື່ອນ ຄໍາດີ ດວງດີ ໄດ້ສົ່ງຂໍ້ຄວາມຜ່ານທາງ facebook ເຖິງລາຍການ ໂດຍແບ່ງປັນວ່າ: ລາຍການຄົ້ນຫາຫວຽດນາມຂອງພາກພາສາລາວ VOV5 ເປັນຕາອອນຊອນ ແລະ ໜ້າຈັບອົກຈັບໃຈຫຼາຍ. ຂ້າພະເຈົ້າມັກຕິດຕາມລາຍການນີ້ທີ່ສຸດ. ຜ່ານນັ້ນ, ຂ້າພະເຈົ້າໄດ້ຮູ້ຈັກເຖິງທັດສະນີຍະພາບ, ຮີດຄອງປະເພນີ ແລະຈຸດວັດທະນະທໍາຫຼາຍຮູບຫຼາຍສີຂອງຫວຽດນາມຕື່ມອີກ. ໃນລາຍການຄົ້ນຫາຫວຽດນາມ ອາທິດກ່ອນນີ້, ຂ້າພະເຈົ້າມີຄວາມປະທັບໃຈກັບ ເມືອງລໍ່ ທີ່ສຸດ, ພິເສດແມ່ນເຍື່ອງອາຫານເຂົ້າໜຽວ 5 ສີ, ຈຸດວັດທະນະທໍາ ຂອງຊົນເຜົ່າຜູ້ໄທ ກໍຄືຄວາມໝາຍທີ່ຊ້ອນແຝງໃນອາຫານເຍື່ອງດັ່ງກ່າວ.
        ເພື່ອນ ເພັດ ອິນທະລາດ ແບ່ງປັນວ່າ: ຂ້າພະເຈົ້າຍັງບໍ່ທັນມີໂອກາດໄປຢ້ຽມຢາມຫວຽດນາມເທື່ອ, ແຕ່ຜ່ານລາຍການເສດຖະກິດໃນເວັບໄຊ vovworld.vn  ຂ້າພະເຈົ້າເຫັນໄດ້ສະພາບການເສດຖະກິດຢູ່ຫວຽດນາມ ໂດຍສັງເຂບ, ບັນດາຮູບແບບດໍາເນີນທຸລະກິດ start up, ບັນດາວິສາຫະກິດຂອງຫວຽດນາມ ມີຄວາມສະຫຼາດ ແລະ ມີຫົວຄິດປະດິດສ້າງທີ່ສຸດ. ຂ້າພະເຈົ້າມັກຮູບແບບດໍາເນີນທຸລະກິດ start up ສ້າງໝາກໄມ້ ຝູກຸຍ ເປັນຮູບປະເພດຕ່າງໆຢູ່ແຂວງເປັ໊ນແຈ ເຊິ່ງແມ່ນຮູບແບບດໍາເນີນທຸລະກິດ start up ທີ່ຈັບອົກຈັບໃຈ  ແລະ ອາດຈະເອົາໄປໝູນໃຊ້ຢູ່ປະເທດຂອງຂ້າພະເຈົ້າໄດ້.
        ເພື່ອນ ທະວີຄູນ ດວງພາລາ, ນັກຮຽນໂຮງຮຽນມິດຕະພາບລາວ - ຫວຽດນາມ, ຢູ່ວຽງຈັນ,ໄດ້ສົ່ງຂໍ້ຄວາມ ຜ່ານທາງ facebook ເຖິງລາຍການດ້ວຍເນື້ອໃນວ່າ: ນ້ອງມັກຮຽນວິຊາປະຫວັດສາດ ແລະ ໃນຫຼັກສູດຂອງພວກນ້ອງ ກໍໄດ້ຊອກຮູ້ກ່ຽວກັບປະທານໂຮ່ຈີມິນ ແລະບັນດາໄລຍະປະຫວັດສາດສໍາຄັນຂອງຫວຽດນາມ. ໃນໄລຍະຈະມາເຖິງ ນ້ອງພ້ອມດ້ວຍຄອບຄົວ ຈະໄປຢ້ຽມຢາມຮ່າໂນ້ຍ,ໃນການໄປຢ້ຽມຢາມຄັ້ງນີ້, ນ້ອງປາດຖະໜາຢາກພ້ອມກັບພໍ່ແມ່ຊອກຮູ້ກ່ຽວກັບປະຫວັດສາດ, ວັດທະນະທໍາຫວຽດນາມຜ່ານການເຂົ້າຊົມຫໍພິພິທະພັນແຫ່ງຕ່າງໆຢູ່ຮ່າໂນ້ຍ. ນ້ອງຫວັງວ່າ ບັນດາເອື້ອຍອ້າຍບັນນາທິການລາຍການພາກພາສາລາວ ຈະແນະນໍາໃຫ້ນ້ອງ ພ້ອມດ້ວຍຄອບຄົວ ຫໍພິພິທະພັນທີ່ມີຊື່ສຽງບາງແຫ່ງຢູ່ຮ່າໂນ້ຍ. ຂໍຂອບໃຈ!
ເພື່ອນທະວີຄູນທີ່ຮັກແພງ, ແມ່ນຄືແນວນັ້ນແທ້ ຖ້າຫາກຢາກຊອກຮູ້ ກ່ຽວກັບປະທານໂຮ່ຈີມິນ ແລະປະຫວັດສາດຫວຽດນາມໃຫ້ມີຄວາມເຂົ້າໃຈແຈ້ງກວ່່ານັ້ນ ວິທີດີທີ່ສຸດແມ່ນເຂົ້າຊົມຫໍພິພິທະພັນ. ຢູ່ຮ່າໂນ້ຍ ມີຫໍພິພິທະພັນຫຼາຍແຫ່ງ, ໃນນັ້ນອາດຈະເວົ້າເຖິງ ຫໍພິພິທະພັນບາງແຫ່ງທີ່ມີ ຊື່ສຽງຄື ຫໍພິພິທະພັນໂຮ່ຈີມິນ, ຫໍພິພິທະພັນປະຫວັດສາດແຫ່ງຊາດ, ຫໍພິພິທະພັນຮ່າໂນ້ຍ, ຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມ... ຫໍພິພິທະພັນ ແຕ່ລະແຫ່ງໄດ້ສະແດງໃຫ້ເຫັນຈຸດທີ່ເປັນເອກະລັກສະເພາະກ່ຽວກັບປະຫວັດສາດ, ວັດທະນະທໍາຂອງປະຊາຊົນຮ່າໂນ້ຍ ກໍຄືຂອງປະຊາຊົນຫວຽດນາມ. ຕໍ່ໄປນີ້, ພວກຂ້າພະເຈົ້າຂໍແນະນໍາ ຫໍພິພິທະພັນບາງແຫ່ງໂດຍສັງເຂບ ເພື່ອໃຫ້ເພື່ອນ ພ້ອມດ້ວຍຄອບຄົວ ທາບທາມກ່ອນການມາຢ້ຽມຢາມຮ່າໂນ້ຍ.

ຫໍພິພິທະພັນໂຮ່ຈີີມິນ
      -      ທໍາອິດແມ່ນ ຫໍພິພິທະພັນໂຮ່ຈີີມິນຕັ້ງຢູ່ເຮືອນເລກທີ 19 ຖະໜົນ ງັອກຮ່າ, ບາດິ່ງ, ຮ່າໂນ້ຍ ເຊິ່ງເປັນໜຶ່ງໃນບັນດາຫໍພິພິທະພັນໃຫຍ່ທີ່ສຸດຢູ່ຫວຽດນາມ.  ຢູ່ທີ່ນີ້ ແມ່ນສະຖານທີ່ເກັບມ້ຽນຮັກສາບັນດາວັດຖຸພັນ, ເອກະສານທັງໝົດກ່ຽວກັບຊີວິດຂອງປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່. ເມື່ອເຂົ້າຢ້ຽມຊົມຫໍພິພິທະພັນ ເພື່ອນຈະມີຄວາມເຂົ້າໃຈກ່ຽວກັບຊີວິດການເປັນຢູ່ປະຈໍາວັນຂອງລຸງໂຮ່ ຜ່ານບັນດາວັດຖຸພັນ, ອຸປະກອນເຄື່ອງໃຊ້ສອຍອັນລຽບງ່າຍ ແລະການເຄື່ອນໄຫວປະຕິວັດຂອງເພິ່ນ ຜ່ານບັນດາຈົດໝາຍ, ເອກະສານ ວັດຖຸພັນ ຫຼືບົດຂຽນສະບັບຕ່າງໆຂອງຊຸມປີຕົ້ນສະຕະວັດທີ 20.

ຫໍພິພິທະພັນປະຫວັດສາດແຫ່ງຊາດ  
      -      ທີ່ສອງແມ່ນ ຫໍພິພິທະພັນປະຫວັດສາດແຫ່ງຊາດ ມີຢູ່ 02 ສາຂາ;  ສາຂາໜຶ່ງຕັ້ງຢູ່ເຮືອນເລກທີ 1 ຖະໜົນຈ່າງຕ່ຽນ, ຮວ່ານກ໊ຽມ; ສາຂາທີ 2 ຕັ້ງຢູ່ເຮືອນເລກທີ 216 ເຈິ່ນກວາງຂ໋າຍ, ຮວ່ານກ໊ຽມ. ມາທີ່ນີ້, ເພື່ອນຈະໄດ້ຊອກຮູ້ຕື່ມກ່ຽວກັບບັນດາວັດຖຸພັນນັບແຕ່ຍຸກສະໄໝປະຖົມບູຮານ, ສະໄໝບູຮານ ຕະຫຼອດຮອດສະໄໝຍຸກປັດຈຸບັນ ຂອງຫວຽດນາມ.
-      ຖ້າຫາກເພື່ອນ ພ້ອມດ້ວຍຄອບຄົວ ຢາກຊອກຮູ້ກ່ຽວກັບບັນດາວັດຖຸພັນທີ່ຍັງເຫຼືອໄວ້ ແຕ່ສະໄໝລາຊະວົງລີ໊ - ເຈິ່ນ - ເລ, ບັນດາວັດຖຸພັນທີ່ເປັນເອກະລັກສະເພາະຂອງນະຄອນຫຼວງຮ່າໂນ້ຍໃນເມື່ອກ່ອນ ແລະໃນປັດຈຸບັນ ຄືຊາກໂຕເຕົ່າ-ໜອງໂຮ່ເກືອມ ນັ້ນ ແມ່ນຕ້ອງແວ່ເຂົ້າຢ້ຽມຊົມ ຫໍພິພິທະພັນຮ່າໂນ້ຍ  ຢູ່ເໝຈີ່, ນາມຕື່ລຽມ ຫຼື ຢາກມີຄວາມເຂົ້າໃຈໂດຍສັງເຂບກ່ຽວກັບປະຫວັດສາດ, ຈຸດທີ່ເປັນເອກະລັກສະເພາະຂອງວັດທະນະທໍາຂອງເຂດ, ພາກ, ຮີດຄອງປະເພນີ, ວິຖີການດໍາເນີນຊີວິດຂອງ 54 ຊົນເຜົ່າຫວຽດນາມ, ເພື່ອນພ້ອມດ້ວຍຄອບຄົວຄວນໄປຢ້ຽມຊົມຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ ຢູ່: ຫງວຽນວັນຮວຽນ,ເກົ່າໄຢ ໊.
ດັ່ງທີ່ກ່າວມາຂ້າງເທິງນັ້ນ ແມ່ນ ຫໍພິພິທະພັນບາງແຫ່ງທີ່ມີຊື່ສຽງຢູ່ຮ່າໂນ້ຍ. ພວກຂ້າພະເຈົ້າ ຂໍອວຍພອນໃຫ້ເພື່ອນ ແລະ ຄອບຄົວ ຈົ່ງມີການຢ້ຽມຢາມທີ່ມ່ວນໆຢູ່ຫວຽດນາມ ແລະ ຄົ້ນຫາຫຼາຍສິ່ງຫຼາຍຢ່າງທີ່ມີຄວາມຈັບອົກຈັບໃຈກ່ຽວກັບປະຫວັດສາດ, ຊາວຫວຽດນາມ ແລະ ການພັດທະນາ.
ເພື່ອນ ສີດາ ວົງດາລາ, ຢູ່ວຽງຈັນ ໄດ້ສົ່ງຂໍ້ຄວາມຜ່ານທາງ facebook ເຖິງລາຍການ, ໂດຍໃຫ້ຮູ້ວ່າ: ນ້ອງໄດ້ຮູ້ຈັກເຖິງ ໂຮງລະຄອນໃຫຍ່ ຮ່າໂນ້ຍ  ທີ່ສະຫງ່າລາສີ ຜ່ານ ທາງຮູບພາບຂອງໝູ່ຄົນໜຶ່ງ ທີ່ເອົາລົງໃນ facebook. ນ້ອງຢາກຊອກຮູ້ກ່ຽວກັບສະຖານທີ່ທ່ອງທ່ຽວດັ່ງກ່າວ ກ່ອນທີ່ຈະມີໂອກາດໄປທ່ອງທ່ຽວຢູ່ຫວຽດນາມ. ນ້ອງປາດຖະໜາວ່າ ເອື້ອຍອ້າຍບັນນາທິການລາຍການພາກພາສາລາວ ຈະແນະນໍາກ່ຽວກັບສະຖານທີ່ ດັ່ງກ່າວໃຫ້ນ້ອງແດ່.

ຄວາມງາມອັນສະຫງ່າລາສີຂອງຂອງໂຮງລະຄອນໃຫຍ່ຮ່າໂນ້ຍ 
      ເພື່ອນສີດາທີ່ຮັກແພງ! ໂຮງລະຄອນໃຫຍ່ຮ່າໂນ້ຍ ຕັ້ງຢູ່ ເຮືອນເລກທີ 1, ຖະໜົນຈ່າງຕ່ຽນ, ຮວ່ານກ໊ຽມ. ກິດຈະກໍາດັ່ງກ່າວ ໄດ້ເລີ່ມດໍາເນີນການກໍ່ສ້າງແຕ່ປີ 1901 – 1911, ຕາມຮູບຊົງຂອງໂຮງລະຄອນ Opera Garnier ຢູ່ປາຣີ ແຕ່ມີຂອບຂະໜາດນ້ອຍກວ່າ. ນີ້ແມ່ນຜົນງານຂອງນັກສະຖາປະນິກຊາວ ຝລັ່ງ 02 ຄົນ ດ້ວຍສີສັນຫຼາກຫຼາຍ ແລະມີລວດລາຍສະຖາປັດຕະຍາກໍາຂອງບັນດາໂຮງລະຄອນຢູ່ພາກໃຕ້ຂອງຝລັ່ງ.  ປັດຈຸບັນ,ໂຮງລະຄອນໃຫຍ່ ແມ່ນໜຶ່ງໃນບັນດາສະຖານທີ່ສະແດງ ສໍາຄັນທີ່ສຸດຢູ່ຮ່າໂນ້ຍ, ເຊິ່ງບັນດານັກສິລະປິນໄດ້ຖືນີ້ວ່າ ແມ່ນ “ວິຫານ” ສໍາລັບສິລະປະຄຣາດຊິກ, ແມ່ນສະຖານທີ່ຈັດຕັ້ງບັນດາລາຍການສະແດງດົນຕີ Opera ຝລັ່ງ, ອີຕາລີ ຄຣາດຊິກ ຕະຫຼອດຮອດບັນດາລະຄອນຫວຽດນາມ, ບັນດາການສະແດງ Ballet ຫຼືບັນດາລາຍການຂອງກອງສິລະປະພື້ນເມືອງ. ໂຮງລະຄອນໃຫຍ່ຮ່າໂນ້ຍ ບໍ່ໄດ້ຈັດຕັ້ງໃຫ້ແຂກທ່ອງທ່ຽວເຂົ້າຢ້ຽມຊົມ, ສະນັ້ນ ເພື່ອເຂົ້າຊົມຄວາມງາມທີ່ສະຫງ່າລາສີນັ້ນ ເພື່ອນຕ້ອງຊື້ປີ້ເຂົ້າຊົມລາຍການສະແດງໃດໜຶ່ງທີ່ທາງໂຮງລະຄອນຈັດຕັ້ງ.
ພວກຂ້າພະເຈົ້າຫວັງວ່າ ເພື່ອນຈະມາຢ້ຽມຢາມຮ່າໂນ້ຍ, ແວ່ຢ້ຽມຊົມໂຮງລະຄອນໃຫຍ່ໃນໄວໆນີ້ ແລະ ຊົມລາຍການສະແດງສິລະປະ, ຮັບຊົມຄວາມງາມອັນສະຫງ່າລາສີຂອງສະຖານທີ່ແຫ່ງນີ້!
         ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະການຕອບບາງຄຳຖາມຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top