• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງ ເຊີນລາ ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນປະທານໂຮ່ຈີມິນ ລົງຢ້ຽມຢາມ, ໂອ້ລົມກັບພໍ່ແມ່ພີ່ນ້ອງບັນດາເຜົ່າເຂດໄຕບັກ

ຕອນຄໍ່າວັນທີ 7 ພຶດສະພາ, ຢູ່ນະຄອນ ເຊີນລາ, ແຂວງເຊີນລາ ຂອງຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນປະທານໂຮ່ຈີມິນ ແລະ ຄະນະປະຕິບັດງານ ຂອງສູນກາງ ລົງຢ້ຽມຢາມ, ໂອ້ລົມສົນທະນາກັບພໍ່ແມ່ພີ່ນ້ອງບັນດາເຜົ່າເຂດໄຕບັກ; ພ້ອມທັງຈັດພິທີເປີດສະຫຼອງ ອະນຸສາວະລີ ປະທານໂຮ່ຈີມິນ ກັບພໍ່ແມ່ພີ່ນ້ອງບັນດາເຜົ່າເຂດໄຕບັກ.

ລາຍການສະແດງສິລະປະ ດ້ວຍຫົວຂໍ້ວ່າ “ໄຕບັກ - ເຊີນລາ ຊື່ຂອງປະທານໂຮ່ຈີມິນ ຮຸ່ງເຮືອງໃສແຈ້ງຕະຫຼອດການ”. 

ກ່ອນນີ້ 60 ປີ, ເນື່ອງໃນໂອກາດສະເຫຼີມສະຫຼອງ 5 ປີ ແຫ່ງວັນໄຊຊະນະດ້ຽນບຽນຝູ, 04 ປີ ແຫ່ງວັນສ້າງຕັ້ງເຂດປົກຄອງດ້ວຍຕົນເອງ ຜູ້ໄທ - ມົ້ງ; ວັນທີ 7 ພຶດສະພາ 1959, ອົງຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນບັນດາເຜົ່າເຂດ ໄຕບັກ ໄດ້ເປັນກຽດຕ້ອນຮັບ ປະທານໂຮ່ຈີມິນ ມາຢ້ຽມຢາມ ເມືອງທ້ວນເຈົາ, ເຊິ່ງແມ່ນເມືອງເອກຂອງເຂດເຂດປົກຄອງດ້ວຍຕົນເອງຜູ້ໄທ - ມົ້ງ ໃນຄາວນັ້ນ, ປະທານໂຮ່ຈີມິນ ໄດ້ໂອ້ລົມກັບພໍ່ແມ່ພີ່ນ້ອງ, ທະຫານ ແລະ ພະນັກງານ ຢ່າງສະໜິດສະໜົມ.

        ທີ່ພິທີສະເຫຼີມສະຫຼອງ, ທ່ານ ກວ່າງວັນລ້າຍ, ຢູ່ຕາແສງ ກວຽດຖັ໊ງ, ນະຄອນເຊີນລາ ໄດ້ແບ່ງປັນວ່າ:

        “ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ນໍ້າໃຈຂອງ ປະທານໂຮ່ຈີມິນ ທີ່ມີຕໍ່ພໍ່ແມ່ພີ່ນ້ອງບັນດາເຜົ່າເຂດໄຕບັກ, ພວກຂ້າພະເຈົ້າ ຍາມໃດກໍສາມັກຄີກັນ, ກໍ່ສ້າງເຂດ ໄຕບັກ ໃຫ້ກາຍເປັນໜ່ວຍໄຂ່ມຸກໃນພາຍໜ້າຂອງປະເທດຊາດ ແລະ ພວກຂ້າພະເຈົ້າຕັດສິນໃຈສູ້ຊົນກໍ່ສ້າງຄຸ້ມ, ໜ່ວຍ, ບ້ານວັດທະນະທໍາ ແລະ ເຮັດໃຫ້ນະຄອນ ເຊີນລາ ກ້າວຂຶ້ນໄປທັນກັບ ບັນດາແຂວງເຂດທົ່ງພຽງ”.

        ທີ່ພິທີສະເຫຼີມສະຫຼອງ ໄດ້ດໍາເນີນລາຍການສະແດງສິລະປະ ດ້ວຍຫົວຂໍ້ວ່າ “ໄຕບັກ - ເຊີນລາ ຊື່ຂອງປະທານໂຮ່ຈີມິນ ຮຸ່ງເຮືອງໃສແຈ້ງຕະຫຼອດການ”.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top