• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງ ຫາຍເຢືອງ ປະຕິບັດການແຍກຫ່າງທາງສັງຄົມເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

      ວັນທີ 15 ກຸມພາ, ແຂວງ ຫາຍເຢືອງ ໄດ້ຕົກລົງຜັນຂະຫຍາຍບັນດາມາດຕະການແຍກຫ່າງທາງສັງຄົມໃນບໍລິເວນທົ່ວແຂວງ ຕາມຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ
(ແຂວງ ຫາຍເຢືອງ ປະຕິບັດການແຍກຫ່າງທາງສັງຄົມ)
      ຕໍ່ໜ້າການຜັນແປຂອງໂລກລະບາດໂຄວິດ-19, ເພື່ອປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຢູ່ໃນລະດັບສູງກວ່າ, ວັນທີ 15 ກຸມພາ, ແຂວງ ຫາຍເຢືອງ ໄດ້ຕົກລົງຜັນຂະຫຍາຍບັນດາມາດຕະການແຍກຫ່າງທາງສັງຄົມໃນບໍລິເວນທົ່ວແຂວງ ຕາມຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ “ກ່ຽວກັບການປະຕິບັດບັນດາມາດຕະການຮີບດ່ວນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19”, ນັບແຕ່ເວລາ 0 ໂມງຂອງວັນທີ 16 ກຸມພາ 2021 (ກົງກັບວັນທີ 5 ເດືອນຈຽງຂອງບຸນເຕັດໄລ່ຕາມຈັນທະປະຕິທິນ). ໄລ່ຮອດວັນທີ 14 ກຸມພາ, ຫາຍເຢືອງ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 461 ຄົນ. ປະຈຸບັນ, ມີ 55 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ອອກຈາກໂຮງໝໍແລ້ວ.
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ: ຫວຽດ​ນາມ ຍາມ​ໃດ​ກໍ​ສາ​ມັກ​ຄີ, ສະ​ໜັບ​ສະ​ໜູນ ແລະ ຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມ​ກັບ​ປະ​ຊາ​ຊົນ ກູ​ບາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ: ຫວຽດ​ນາມ ຍາມ​ໃດ​ກໍ​ສາ​ມັກ​ຄີ, ສະ​ໜັບ​ສະ​ໜູນ ແລະ ຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມ​ກັບ​ປະ​ຊາ​ຊົນ ກູ​ບາ

ຕອນບ່າຍວັນທີ 2 ກຸມພາ, ຢູ່ສຳນັກງານສູນກາງພັກ, ນະຄອນຫຼວງ ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Bruno Rodríguez Parrilla ທູດພິເສດພັກກອມມູນິດ ກູບາ, ລັດສ. ກູບາ, ລັດຖະມົນຕີການຕ່າງປະເທດ ກູບາ ທີ່ພວມຢ້ຽມຢາມຢູ່ ຫວຽດນາມ.

Top