• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງຮືງອຽນ ສ້າງເງື່ອນໄຂສະດວກ, ດຶງດູດການລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດ

      ຮືງອຽນ ແມ່ນແຂວງທົ່ງພຽງພາກເໜືອ ຫວຽດນາມ, ນອນໃນເຂດເສດຖະກິດຈຸດສຸມ ຮ່າໂນ້ຍ - ຫາຍຟ່ອງ - ກວາງນີງ. ໃນຊຸມປີມໍ່ໆມານີ້, ສະພາບເສດຖະກິດຂອງ ຮືງອຽນ ໄດ້ມີບັນດາການປົວແປງພໍສົມຄວນຍ້ອນການດຶງດູດເງິນລົງທຶນເຂົ້າບັນດາເຂດອຸດສາຫະກຳ. 

ເຂດອຸດສາຫະກຳ ທັງລອງ 2
(ພາບ: Lan anh/VOV5)
      ເປັນໜ້າສົນໃຈ, ຮືງອຽນ ໄດ້ມີຫຼາຍມາດຕະການຕັ້ງໜ້າໜູນຊ່ວຍ ວິສາຫະກິດທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດເຂົ້າຮ່ວມການດຳເນີນທຸລະກິດ ຢູ່ບັນດາເຂດອຸດສາຫະກຳໃນບໍລິເວນແຂວງ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງທົ່ວແຂວງ. ບົດຂຽນຂອງນັກຂ່າວ ລານແອງ ແລະ ເລເຟືອງ.
        ໃນບໍລິເວນແຂວງ ຮືງອຽນ ໄດ້ວາງແຜນຜັງເຂດອຸດສາຫະກຳ 10 ເຂດດ້ວຍເນື້ອທີ່ທັງໝົດປະມານ 2.400 ເຮັກຕາ, ໃນນັ້ນ, ປະຈຸບັນ, ມີ 4 ເຂດອຸດສາຫະກຳໄດ້ລົງທຶນກໍ່ສ້າງພື້ນຖານໂຄງລ່າງ ແລະ ນຳເຂົ້າເຄື່ອນໄຫວ. ປະຈຸບັນ, ຢູ່ບັນດາເຂດອຸດສາຫະກຳພວມຜັນຂະຫຍາຍປະມານ 380 ໂຄງການ. ໂດຍພື້ນຖານແລ້ວ, ບັນດາເຂດອຸດສາຫະກຳນີ້ໄດ້ດຶງດູດບັນດານັກລົງທຶນມາເປີດບໍລິສັດ, ໂຮງງານຜະລິດ, ກວມເນື້ອທີ່ດິນສະເລ່ຍ 70% ແລ້ວ. ບັນດາເຂດອຸດສາຫະກຳຢູ່ຮືງອຽນ ລ້ວນແຕ່ນອນໃນຈຸດທີ່ຕັ້ງທີ່ມີລະບົບຄົມມະນາຄົມສະດວກພໍສົມຄວນ, ຍ້ອນເຫດນັ້ນ, ການດຶງດູດການລົງທຶນເຂົ້າບັນດາເຂດອຸດສາຫະກຳບັນລຸໄດ້ບັນດາໝາກຜົນຢ່າງຕັ້ງໜ້າ. ທ່ານ ຫງວຽນດືກຖັ໋ງ, ຜູ້ອຳນວຍການບໍລິສັດເຂດອຸດສາຫະກຳ ທັງລອງ 2 ຈຳກັດ (ຂຶ້ນກັບເຈົ້າຂອງລົງທຶນ ກຸ່ມບໍລິສັດ Sumitomo ຍີ່ປຸ່ນ), ຫົວໜ່ວຍເຄື່ອນໄຫວຢູ່ແຂວງ ຮືງອຽນ ແຕ່ປີ 2006 ເປັນຕົ້ນມາ, ໃຫ້ຮູ້ວ່າ:
        ສາຍເຫດທີ່ພາໃຫ້ກຸ່ມບໍລິສັດ Sumitomo ເລືອກເຟັ້ນການລົງທຶນຢູ່ຮືງອຽນ ນັ້ນແມ່ນ: ທີໜຶ່ງ, ຍ້ອນທີ່ຕັ້ງດ້ານພູມມີປະເທດສະດວກ, ພິເສດແມ່ນພື້ນຖານໂຄງລ່າງຄົມມະນາຄົມພັດທະນາທີ່ສຸດ. ມາຮອດຈຸດເວລານີ້, ເສັ້ນທາງຈາກເຂດອຸດສາຫະກຳ ທັງລອງ 2 ໄປເຖິງ ຮ່າໂນ້ຍ ກໍ່ຄືບັນດາທ່າກ່ຳປັ່ນໃຫຍ່ຂອງ ຫາຍຟ່ອງ, ທ່າກ່ຳປັ່ນ ກ໋າຍເລີນ, ການຄົມມະນາຄົມສະດວກທີ່ສຸດ. ທີສອງ, ເມື່ອພວກຂ້າພະເຈົ້າລົງທຶນຢູ່ທີ່ນີ້ ແມ່ນໄດ້ຮັບການໜູນຊ່ວຍຢ່າງສຸດໃຈຈາກຄະນະກຳມະການປະຊາຊົນ ແຂວງ ຮືງອຽນ. ພິເສດ, ວິວັດການບຸກເບີກໜ້າພຽງ 2 ໄລຍະໃຫ້ແກ່ເຂດອຸດສາຫະກຳ ໃຫ້ເວລາພຽງປະມານປີໜຶ່ງກໍ່ສຳເລັດທັງໝົດ.
        ດ້ວຍບັນດາເງື່ອນໄຂທີ່ມີຢູ່ແລ້ວ, ແຂວງ ຮືງອຽນ ໄດ້ກຳນົດສຸມໃສ່ດຶງດູດການລົງທຶນຂອງບັນດາໂຄງການທີ່ມີເຕັກໂນໂລຢີສູງ, ມີຄວາມສາມາດປະກອບສ່ວນຫຼາຍເຂົ້າງົບປະມານຂອງແຂວງ ແລະ ບັນດາໂຄງການສະອາດ, ສົ່ງຜົນສະທ້ອນເຖິງສິ່ງແວດລ້ອມໜ້ອຍທີ່ສຸດ; ສຸມໃສ່ເຂົ້າໃນຫຼາຍຂົງເຂດຄື: ກົນຈັກ, ໄຟຟ້າ, ບັນດາຂົງເຂດອຸດສາຫະກຳສຳຮອງໃຫ້ແກ່ລົດໂອໂຕ, ລົດຈັກ ແລະ ບັນດາຂະແໜງຜະລິດເຄື່ອງເອເລັກໂຕນິກ. ທ່ານ ຟ້າມທ໋າຍເຊີນ, ຫົວໜ້າຄະນະຄຸ້ມຄອງບັນດາເຂດອຸດສາຫະກຳ ແຂວງ ຮືງອຽນ, ໄດ້ຊີ້ແຈ້ງວ່າ:
        ແຕ່ຊຸມປີ 2014, 2015 ມາຮອດປະຈຸບັນ, ແຕ່ລະປີ, ແຂວງ ຮືງອຽນ ໄດ້ດຶງດູດເງິນລົງທຶນຈາກຕ່າງປະເທດໄດ້ແຕ່ 300 – 350 ລ້ານ USD. ໃນນັ້ນ ມີບັນດາໂຄງການລົງທຶນໃຫຍ່ພໍສົມຄວນ ດ້ວຍເຕັກໂນໂລຢີສູງຄືບັນດາໂຄງການຂອງ Nikiso, Hoya. ບັນດາວິສາຫະກິດພາຍໃນປະເທດກໍ່ຄືບາງໂຄງການໃຫຍ່ຄື: ໂຄງການຜະລິດສັງກະສີຂອງກຸ່ມບໍລິສັດ ຮ່ວາຟາດ, ໂຄງການຂອງ Nutifood…”

ທ່ານ ຟ້າມທ໋າຍເຊີນ, ຫົວໜ້າຄະນະຄຸ້ມຄອງບັນດາເຂດອຸດສາຫະກຳ ແຂວງ ຮືງອຽນ
(ພາບ: Lan anh/VOV5)
 
              ເພື່ອເປີດກ້ວາງເນື້ອທີ່ ແລະ ຂອບຂະໜາດບັນດາເຂດອຸດສາຫະກຳ, ປະຈຸບັນ, ແຂວງ ຮືງອຽນ ພວມຕັ້ງໜ້າບຸກເບີກໜ້າພຽງ, ລົງທຶນກໍ່ສ້າງເຂດອຸດສາຫະກຳປະມານ 3 ເຂດຕື່ມອີກ ເພື່ອນຳເຂົ້າເຄື່ອນໄຫວໃນອະນາຄົດ. ທ່ານ ຟ້າມທ໋າຍເຊີນ, ໃຫ້ຮູ້ຕື່ມອີກວ່າ:
        ຄາດວ່າ, ແຂວງຈະພັດທະນາເຂດອຸດສາຫະກຳຕົວເມືອງດ້ວຍຂອບຂະໜາດປະມານ 3.000 ເຮັກຕາ, ຢູ່ໃກ້ກັບຈຸດແຍກຂຶ້ນທາງດ່ວນ ຮ່າໂນ້ຍ - ຫາຍຟ່ອງ. ນີ້ຈະແມ່ນໜຶ່ງໃນບັນດາສະຖານທີ່ໜ້າສົນໃຈໃນການດຶງດູດການລົງທຶນ. ທາງແຂວງພວມຮຽກຮ້ອງນັກລົງທຶນກ່ຽວກັບພື້ນຖານໂຄງລ່າງຂອງ ຍີ່ປຸ່ນ, ສ. ເກົາຫຼີ ແລະ ຫວຽດນາມ ຈຳນວນໜຶ່ງເພື່ອເຂົ້າຮ່ວມການລົງທຶນກ່ຽວກັບພື້ນຖານໂຄງລ່າງຢູ່ທີ່ນີ້. ຄຽງຄູ່ກັນນັ້ນ, ແຂວງກໍ່ມຸ່ງໄປເຖິງບັນດານັກລົງທຶນຂອງ ອາເມລິກາ ແລະ ເອີລົບ. ນີ້ແມ່ນບັນດານັກລົງທຶນ ທີ່ມີລະດັບການລົງທຶນເຂົ້າແຂວງ ໃນໄລຍະຜ່ານມາຍັງບໍ່ທັນສູງ.
        ໄລ່ຮອດເດືອນ ກັນຍາ 2017, ບັນດາໂຄງການ FDI ຢູ່ ຮືງອຽນ ທີ່ມາຈາກ 17 ປະເທດ ແລະ ເຂດແຄ້ວນ, ມີຍອດທຶນຈົດທະບຽນກ່ວາ 3 ຕື້ USD. ໃນນັ້ນ, ຍີ່ປຸ່ນ ແມ່ນປະເທດມີຈຳນວນໂຄງການ ແລະ ທຶນຈົດທະບຽນຫຼາຍທີ່ສຸດຢູ່ບັນດາເຂດອຸດສາຫະກຳດ້ວຍ 107 ໂຄງການ, ຍອດເງິນລົງທຶນຈົດທະບຽນກ່ວາ 2 ຕື້ USD; ສ. ເກົາຫຼີ  ດ້ວຍ 37 ໂຄງການ, ຍອດເງິນລົງທຶນຈົດທະບຽນ 412,5 ຕື້ USD… ມີບັນດາໝາກຜົນຕັ້ງໜ້ານີ້ໄດ້ແມ່ນຍ້ອນ ຮືງອຽນ ໄດ້ມີບັນດາມາດຕະການລະອຽດ ເພື່ອສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ອຳນວຍຄວາມສະດວກໃຫ້ບັນດານັກລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດຄື: ລົງທຶນພື້ນຖານໂຄງລ່າງຄົບຊຸດກ່ຽວກັບໄຟຟ້າ, ຄົມມະນາຄົມ, ສະໜອງ - ລະບາຍນ້ຳ ເພື່ອຮັບປະກັນພື້ນທີ່ສະອາດ, ສາມາດຮັບເອົາບັນດາໂຄງການລົງທຶນ; ພ້ອມກັນນັ້ນ, ຍູ້ແຮງການປະຕິຮູບການບໍລິຫານ, ຫລຸດຜ່ອນບັນດາຫົວໜ່ວຍຮັບຜິດຊອບກໍ່ຄືເວລາແກ້ໄຂບັນດາລະບຽບການເພື່ອແນໃສ່ສ້າງຄວາມສະດວກໃຫ້ແກ່ນັກລົງທຶນ. ທ່ານ ຫງວຽນດືກຖັ໋ງ, ຜູ້ອຳນວຍການບໍລິສັດເຂດອຸດສາຫະກຳ ທັງລອງ 2 ຈຳກັດ, ຕີລາຄາວ່າ:
        ທັດສະນະຂອງແຂວງແມ່ນສ້າງທຸກໆເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດານັກລົງທຶນ ຍີ່ປຸ່ນ ຢູ່ເຂດອຸດສາຫະກຳທັງລອງ 2 . ຫຼັກຖານຢັ້ງຢືນສິ່ງນີ້ແມ່ນໃນແຕ່ລະປີ, ພວກຂ້າພະເຈົ້າ ແລະ ທາງແຂວງ ໄດ້ສົມທົບກັນຈັດຕັ້ງການໂອ້ລົມສົນທະນາກັບວິສາຫະກິດ. ຜ່ານກອງປະຊຸມ, ທຸກໆບັນຫາເຄັ່ງຮ້ອນ, ບັນດາຄວາມຫຍຸ້ງຍາກເຊິ່ງວິສາຫະກິດປະເຊີນໜ້າໃນວິວັດການຜະລິດ ດຳເນີນທຸລະກິດ ລ້ວນແຕ່ໄດ້ຍົກອອກ ແລະ ປະທານຄະນະກຳມະການປະຊາຊົນແຂວງ ໄດ້ຊີ້ນຳບັນດາພະແນກ, ຂະແໜງການຊອກຫາທິດທາງແກ້ໄຂໂດຍກົງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງບັນດານັກລົງທຶນ.
        ການຫັນປ່ຽນຢ່າງແຂງແຮງຂອງແຂວງ ຮືງອຽນ ໃນການດຶງດູດການລົງທຶນ ໄດ້ໂດຍບຸລິມະສິດໃຫ້ແກ່ບັນດາວິສາຫະກິດ ສ່ວນໜຶ່ງແມ່ນຍ້ອນມີນະໂຍບາຍພັດທະນາເໝາະສົມ, ຈິນຕະນາການມີຫົວຄິດປະດິດສ້າງໃນການນຳພາ, ບໍລິຫານຂອງບັນດາຄະນະພັກ, ອຳນາດການປົກຄອງ, ອົງການຈັດຕັ້ງມະຫາຊົນ. ຮືງອຽນ ໃນວັນນີ້, ໄດ້ກາຍເປັນຈຸດພົ້ນເດັ່ນ ກ່ຽວກັບການພັດທະນາເສດຖະກິດ - ສັງຄົມຂອງເຂດທົ່ງພຽງພາກເໜືອ ເວົ້າສະເພາະ ແລະ ທົ່ວປະເທດເວົ້າລວມ.
 (ແຫຼ່ງຄັດຈາກ VOV)
 

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top