• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງດົ່ງທາບ ແລະ ແຂວງ ຈຳປາສັກ ຮ່ວມມືໃນຫຼາຍຂົງເຂດ

      ວັນທີ 27 ກັນຍາ, ຢູ່ແຂວງ ດົ່ງທາບ, ຄະນະຜູ້ແທນແຂວງ ດົ່ງທາບ ແລະ ຄະນະຜູ້ແທນແຂວງ ຈຳປາສັກ (ສປປ ລາວ) ມີການເຈລະຈາເພື່ອແນໃສ່ເປັນເອກະພາບຕໍ່ເນື້ອໃນບົດບັນທຶກຊ່ວຍຈຳ, ກຳນົດທິດການຮ່ວມມື, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ເພື່ອຜົນປະໂຫຍດລວມຂອງ ປະຊາຊົນ 2 ແຂວງ. 

ພິທີເຊັນບົດບັນທຶກຊ່ວຍຈຳລະຫວ່າງ 2 ແຂວງ
(ພາບ: baodongthap.com.vn)
      ຕາມບົດບັນທຶກຊ່ວຍຈຳແລ້ວ, ການກຳນົດທິດຮ່ວມມືໄລຍະ 2017 – 2021 ລະຫວ່າງ 2 ທ້ອງຖິ່ນ, 2 ຝ່າຍຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາພະແນກ, ຂະແໜງ, ຫົວໜ່ວຍ ແລະ ວິສາຫະກິດ 2 ແຂວງມີເງື່ອນໄຂໄດ້ພົບປະ, ແລກປ່ຽນ, ແບ່ງປັນບົດຮຽນນຳກັນກ່ຽວກັບດ້ານເຕັກນິກໃນການຜະລິດກະສິກຳ, ການລ້ຽງປູກສິນໃນນ້ຳ. ຄຽງຄູ່ກັນນັ້ນ, ກໍ່ສົ່ງເສີມ ແລະ ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດຊອກຮູ້ຕະຫຼາດ, ຮ່ວມມື ແລະ ລົງທຶນຜະລິດ; ພັດທະນາການດຳເນີນທຸລະກິດ, ຍູ້ແຮງການຮ່ວມມືສົ່ງເສີມການຄ້າ ແລະ ການລົງທຶນ; ສ້າງເງື່ອນໄຂສະດວກ, ຮ່ວມມືເພື່ອບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຄົ້ນຄ້ວາວິທະຍາສາດ, ການບຳລຸງສ້າງພະນັກງານ, ລັດຖະກອນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top