• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງກວາງຈິ: ພິທີເຊີດຊູສິລະປະ ຂັບບ່າຍຈ່ອຍ ພາກກາງ

      ບ່າຍຈ່ອຍ ແມ່ນປະເພດສິລະປະພື້ນເມືອງທີ່ເປັນເອກະລັກສະເພາະ, ໄດ້ຮັບການສ້າງຕັ້ງ ແລະ ພັດທະນາໃນວິວັດການອອກແຮງງານທຳການຜະລິດ, ການພົວພັນແລກປ່ຽນວັດທະນະທຳ

ແຂວງ ກວາງຈິ ເຊີດຊູສິລະປະ ຂັບບ່າຍຈ່ອຍ ພາກກາງ
      ຕອນຄ່ຳວັນທີ 29 ມິຖຸນາ, ຢູ່ນະຄອນ ດົງຮ່າ, ຄະນະກຳມະການປະຊາຊົນແຂວງ ກວາງຈິໄດ້ຈັດຕັ້ງພິທີເຊີດຊູສິລະປະຂັບ ບ່າຍຈ່ອຍພາກກາງ ຫວຽດນາມ ໂດຍ UNESCO ເຊີດຊູແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸຕາງໜ້າໃຫ້ມວນມະນຸດ.
        ບ່າຍຈ່ອຍ ແມ່ນປະເພດສິລະປະພື້ນເມືອງທີ່ເປັນເອກະລັກສະເພາະ, ໄດ້ຮັບການສ້າງຕັ້ງ ແລະ ພັດທະນາໃນວິວັດການອອກແຮງງານທຳການຜະລິດ, ການພົວພັນແລກປ່ຽນວັດທະນະທຳ ທີ່ມີມາແຕ່ດົນນານຢູ່ບັນດາແຂວງທາງພາກກາງ ຈາກແຂວງ ກວາງບິ່ງ ຕະຫຼອດຮອດແຂວງ ແຄ໋ງຮ່ວາ. ຜ່ານໄລຍະປະຫວັດສາດຄັ້ງຕ່າງໆ, ສິລະປະຂັບ ບ່າຍຈ່ອຍ ໄດ້ຊຶມເລິກເຂົ້າໃນຈິດໃຈຂອງຊາວພາກກາງຫຼາຍລຸ້ນຄົນ. ຂັບບ່າຍແມ່ນຈ່ອຍເຂັ້ມຂຸ້ນໄປດ້ວຍລັກສະນະສຶກສາກ່ຽວກັບບຸກຄະລິກະພາບວິຖີຊີວິດ, ເຮັດໃຫ້ມະນຸດມຸ່ງໄປເຖິງບັນດາຄຸນຄ່າ, ມາດຖານຄຸນສົມບັດອັນດີງາມ, ໄດ້ຮັບຄວາມນິຍົມຊົມຊອບ, ຮັກສາ ແລະ ພັດທະນາຈາກປະຊາຊົນທຸກຊັ້ນວັນນະ. ຄວາມເປັນຫຼາຍຮູບຫຼາຍແບບ, ອຸດົມສົມບູນນັ້ນໄດ້ນຳສິລະປະຂັບ ບ່າຍຈ່ອຍ ພາກກາງ ຫວຽດນາມ ກາຍເປັນມໍລະດົກບໍ່ເປັນວັດຖຸເປັນຕົວແທນໃຫ້ມວນມະນຸດ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຕ້ອນຮັບປະທານສະພາແຫ່ງຊາດ ລາວ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຕ້ອນຮັບປະທານສະພາແຫ່ງຊາດ ລາວ

ວັນທີ 04 ພະຈິກ, ຢູ່ ຮ່າໂນ້ຍ ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດ ລາວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາວ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

Top