• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂກທ່ອງທ່ຽວສາກົນມາຢ້ຽມຢາມຮ່າໂນ້ຍໃນໂອກາດປີໃຫມ່ສາກົນເພີ່ມຂຶ້ນຢ່າງແຮງ

      ໃນຊຸຸມມື້ຕົ້ນປີໃຫມ່, ແຂກທ່ອງທ່ຽວສາກົນ ມາຢ້ຽມຢາມ ຮ່າໂນ້ຍ ໄດ້ເພີ່ມຂຶ້ນຢ່າງກະໂດດຂັ້ນ. ສະເພາະ ໃນ 3 ວັນພັກປີໃຫມ່ສາກົນ, ມີແຂກທ່ອງທ່ຽວມາຢ້ຽມຢາມ ຮ່າໂນ້ຍ ເກືອບ 230.000 ເທື່ອຄົນ.

 ພາບປະກອບ
      ໃນນັ້ນ ແຂກທ່ອງທ່ຽວສາກົນເກືອບ 70.000 ເທື່ອຄົນ. ບັນດາສະຖານທີ່ຊື່ງແຂກທ່ອງທ່ຽວເລືອກເຟັ້ນມາຢ້ຽມຢາມນັ້ນແມ່ນ: ສຸສານປະທານໂຮ່ຈິມີນ, ວັນມຽວ ກວັກຕືຢາມ, ເຂດປູຊະນີຍະສະຖານ ພະລາດຊະວັງ ທັງລອງ, ຫໍພິພິດທະພັນປະຫວັດສາດການທະຫານ ຫວຽດນາມ… ເອື້ອຍ Marina ມາຈາກ ບຣາຊີນ ໃຫ້ຮູ້ວ່າ:
        “ຮ່າໂນ້ຍແມ່ນສະຖານທີ່ທຳອິດຂ້າພະເຈົ້າມາຢ້ຽມຢາມ. ສິ່ງທີ່ສ້າງຄວາມປະທັບໃຈສຳລັບຂ້າພະເຈົ້າ ນັ້ນແມ່ນ ນະຄອນທີ່ເຕັມໄປດ້ວຍຄວາມອຶກກະທຶກຄືກໂຄມທີ່ສຸດ. ຂ້າພະເຈົ້າ ໄດ້ຊີມອາຫານບາງເຍື່ອງ ຢູ່ຮ່າໂນ້ຍ ແລະ ຮູ້ສຶກວ່າ ແຊບຫລາຍ. ຂ້າພະເຈົ້າ ມີຄວາມສຸກເມື່ອໄດ້ຕ້ອນຮັບປີໃຫມ່ຢູ່ ປະເທດຫວຽດນາມ ທີ່ສວຍງາມ.”
        ສຳລັບວິສາຫະກິດດຳເນີນທຸລະກິດການທ່ອງທ່ຽວ ຢູ່ ບໍລິເວນ ຮ່າໂນ້ຍ, ໂອກາດ ວັນບຸນຄຼິດສະມາດ ແລະ ບຸນປີໃຫມ່ສາກົນປີນີ້, ຈຳນວນນັກທ່ອງທ່ຽວມາຢ້ຽມຢາມຮ່າໂນ້ຍແມ່ນເພີ່ມຂຶ້ນຫລາຍ. ຕາມທ່ານ ຫງວຽນແອງຢູງ, ຮອງຫົວຫນ້າພະແນກທ່ອງທ່ຽວ ຮ່າໂນ້ຍ ແລ້ວ, ປີ 2018 ຂະແຫນງທ່ອງທ່ຽວ ຮ່າໂນ້ຍ ສູ້ຊົນຕ້ອນຮັບແຂກທ່ອງທ່ຽວກວ່າ 25 ລ້ານເທື່ອຄົນ. ພ້ອມກັນນັ້ນ ພະແນກທ່ອງທ່ຽວ ຮ່າໂນ້ຍ ສືບຕໍ່ຍູ້ແຮງການໂຄສະນາ, ສົ່ງເສີມການທ່ອງທ່ຽວ, ສ້າງບັນດາຜະລິດຕະພັນການທ່ອງທ່ຽວທີ່ເປັນເອກະລັກສະເພາະ, ດຶງດູດແຂກທ່ອງທ່ຽວ.
 (ແຫຼ່ງຄັດຈາກ VOV)

ໄຂງານຕະຫຼາດນັດເຊື່ອມຈອດການພົວພັນການຄ້າ ຫວຽດນາມ - ລາວ

ໄຂງານຕະຫຼາດນັດເຊື່ອມຈອດການພົວພັນການຄ້າ ຫວຽດນາມ - ລາວ

ເຂດວາງສະແດງຂອງ ຫວຽດນາມ ມີ 120 ຮ້ານຂອງກວ່າ 60 ວິສາຫະກິດທີ່ຂຶ້ນກັບບັນດາຂະແໜງສິນຄ້າ, ຄື: ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ, ເຄື່ອງຢາງ, ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ, ເຄື່ອງເອເລັກໂຕນິກ…

Top