• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ຕີ​ລາ​ຄາ​ “ຜົນ​ງານ​ພິ​ເສດ” ຂອງ ຫວຽດ​ນາມ

ເມື່ອຕີລາຄາບົດບາດຂອງຫວຽດນາມ ໃນປີ ເປັນປະທານອາຊຽນ 2020, ທ່ານ Will Nankervis ຢັ້ງຢືນວ່າ ຫວຽດນາມສາມາດຮັກສາໄດ້ ກຳລັງໜູນຂອງ ວິໄສທັດ ມະຫາສະມຸດອິນເດຍ - ປາຊີຟິກ, ໃນນັ້ນໄດ້ຕັ້ງອາຊຽນໄວ້ໃນທີ່ຕັ້ງໃຈກາງ. ກ່ຽວກັບຄວາມໝາຍຂອງການເຊັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP),

ພາບປະກອບ: TTXVN 

ຫວ່າງແລ້ວນີ້, ທີ່ການຕອບສຳພາດຕໍ່ສື່ມວນຊົນ ຢູ່ຈາກາຕາ, ປະເທດ ອິນໂດເນເຊຍ, ທ່ານ Will Nankervis ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ອາຊຽນ ໄດ້ເນັ້ນໜັກວ່າ: ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໂດຍຫວຽດນາມ ເປັນປະເທດເຈົ້າພາບຈັດຕັ້ງ (ໃນລະຫວ່າງວັນທີ 12 – 15 ພະຈິກ) ແມ່ນ “ຜົນງານພິເສດ” ໃນສະພາບເກີດໂລກລະບາດ ໂຄວິດ - 19. ເມື່ອຕີລາຄາບົດບາດຂອງຫວຽດນາມ ໃນປີ ເປັນປະທານອາຊຽນ 2020, ທ່ານ Will Nankervis ຢັ້ງຢືນວ່າ ຫວຽດນາມສາມາດຮັກສາໄດ້ ກຳລັງໜູນຂອງ ວິໄສທັດ ມະຫາສະມຸດອິນເດຍ - ປາຊີຟິກ, ໃນນັ້ນໄດ້ຕັ້ງອາຊຽນໄວ້ໃນທີ່ຕັ້ງໃຈກາງ. ກ່ຽວກັບຄວາມໝາຍຂອງການເຊັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ທ່ານ Will Nankervis ຖືວ່າ ນີ້ແມ່ນຂໍ້ຕົກລົງສຳຄັນ, ສ້າງກາລະໂອກາດອັນໃຫຍ່ຫຼວງໃຫ້ແກ່ບັນດາວິສາຫະກິດ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top