• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຫດການເຮືອບິນການທະຫານລັດເຊຍຕົກ


(ພາບປະກອບ)

      ຕາມ​ສຳນັກ​ຂ່າວສານ Interfax ຂອງ​ລັດ​ເຊຍ ​ແລ້ວ, ກ່ອນ​ທີ່​ເຮືອບິນການ​ທະຫານ ລັດ​ເຊຍ Tu-154 ຖືກ​ຕົກ. ຈຸບິນ​ບໍ່​ອອກ​ແຈ້ງ​ການ​ໃດ​ທີ່​ຜິດ​ປົກກະຕິ​ເທື່ອ. ອາກາດ​ຢູ່​ເຂດ Sochi ສະດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ດ້ານ​ການບິນ. ​ໃນ​ຂະນະ​ນັ້ນ, ກະຊວງ​ປ້ອງ​ກັນ​ປະ​​ເທດ ​​ແລະ ກະຊວງ​ສະພາວະ​ສຸກ​ເສີນ​ຂອງ​ ລັດ​ເຊຍ ​ໄດ້​ຢັ້ງຢືນວ່າ, ບັນດາ​ສະ​ເກັດ​ທີ່​ຊອກ​ເຫັນ​ໄດ້​ໃນ​ເຂດ​ທະ​ເລ​ດຳ​ແມ່ນ​ຂອງ​ເຮືອ​ບີນທີ່​ຫາຍ​ສາບ​ສູນ. ນອກ​ນັ້ນ​ເຄື່ອງ​ເດີນທາງ​ຂອງ​ຜູ້​ໂດຍສານ​ກໍ່​ຖືກ​ພົບ​ເຫັນ​ບົນ​ທະ​ເລ​ດັ່ງກ່າວ. ບັນດາ​ກຳລັງ​ກູ້​ໄພ​ກູ້​ຊີບ​ທ້ອງ​ຖີ່​ນ​ໃຫ້​ຮູ້​ວ່າ, ມາ​ຮອດ​ປະຈຸ​ບັນ​ບໍ່​ທັນ​ຄົ້ນ​ພົບ​ກໍລະນີ​ໃດ​ລອດ​ຕາຍ.
      ວັນ​ທີ 25/12, ​ໂທລະພາບ ລັດ​ເຊຍ ​ໃຫ້​ຂ່າວ​ວ່າ, ສະຖານີ​ຄວບ​ຄຸມ​ການ​ຈະລາຈອນ​ທາງ​ອາກາດ​ປະ​ເທດ​ນີ້ ຂາດ​ການ​ຕິດ​ຕໍ່​ກັບ​ເຮືອບິນ Tu-154. ນີ້​ແມ່ນ​ເຮືອບິນ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ, ບີນຈາກ​ນະຄອນ Sochu ​ເຖິງ​ແຂວງ Latakia ຢູ່​ຊີຣີ, ດ້ວຍ​ຜູ້​ໂດຍ​ສານ 82 ຄົນ ​ແລະ ຈຸບິນ 10 ຄົນ. ​ເຮືອບິນ​ດັ່ງກ່າວ​ຫາຍ​ສາບ​ສູນ​ພາຍຫຼັງ​ບິນ​ໄດ້ 20 ນາທີ.
      ປະຈຸ​ບັນ​ບັນດາ​ກຳລັງ​ກ່ຽວຂ້ອງ​ພ້ອມ​ກັບ​ກຳ່​ປັ່ນ ​ແລະ ຍົນ​ເອລີກ​ອບ​ແຕພວມ​ຮີບ​ເຮັ່ງ​ຊອກ​ຫາ​ເຮືອບິນ Tu-154.
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top