• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ມິດຕະພາບ ແລະ ການຮ່ວມມືຂອງບັນດາອົງການຕາງໜ້າຫວຽດນາມຢູ່ຕ່າງປະເທດ

ຕອນເຊົ້າວັນທີ 02 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ຫວໍວັນເຖືອງ ເລຂາສູນກາງພັກ,ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ, ຫວົໜ້າຄະນະຊີ້ນໍາວຽກງານຖະແຫຼງຂ່າວການຕ່າງປະເທດ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບບັນດາຫົວໜ້າອົງການຕາງໜ້າຫວຽນາມຢູ່ຕ່າງປະເທດ ອາຍຸການ 2018 - 2021. 


ທ່ານ ຫວໍວັນເຖືອງ ເລຂາສູນກາງພັກ,ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ

(ພາບ:Phuong Hoa/TTXVN) 

ທ່ານຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ເນັ້ນໜັກວ່າ ໄລຍະ 2018 – 2021 ແມ່ນໄລຍະມີການເຄື່ອນໄຫວພົວພັນຕ່າງປະເທດຫຼາຍຢ່າງຂອງພັກ, ລັດ ແລະ ບັນດາເຫດການສໍາຄັນຂອງປະເທດ. ທ່ານຫວໍວັນເຖືອງສະເໜີວ່າ ບັນດາຫົວໜ້າອົງການຕາງໜ້າຫວຽດນາມຢູ່ຕ່າງປະເທດ, ເສີມຂະຫຍາຍບົດບາດເປັນຊ່ອງຖະແໜງຂ່າວເປັນທາງການ, ພາຍໃຕ້ການຊີ້ນໍາໂດຍກົງຂອງພັກ, ລັດ ຢ່າງມີປະສິດທິຜົນ, ຜັນຂະຫຍາຍ ບັນດາແຜນນະໂຍບາຍ, ນະໂຍບາຍການພົວພັນຕ່່າງປະເທດໃຫ້ມີປະສິດທິຜົນ, ເປັນເສນາທິການກ່ຽວກັບບັນດາແຜນນະໂຍບາຍ, ນະໂຍບາຍໃຫ້ເໝາະສົມ, ທັນການ; ກາຍເປັນຂົວເຊື່ອມຕໍ່ປະກອບສ່ວນເຂົ້າໃນການປັບປຸງ, ພັດທະນາບັນດາການພົວພັນຂອງຫວຽດນາມ ກັບບັນດາປະເທດອື່ນ ກ້າວເຂົ້າສູ່ລວງເລິກ, ແທດຈິງ; ຕັ້ງໜ້າຂົນຂວາຍວົງການການເມືອງ, ເພື່ອນມິດສາກົນ ຈົ່ງຮ່ວມກັນສາມັກຄີ, ຊຸກຍູ້ການພົວພັນຮ່ວມມື, ມິດຕະພາບກັບຫວຽດນາມ, ຮັບໃຊ້ບັນດາເປົ້າໝາຍປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ ແລະ ຍົກສູງທີ່ຕັ້ງບົດບາດຂອງປະເທດໃນເວທີສາກົນ. ທ່ານຫວໍວັນເຖືອງ ປາດຖະໜາວ່າ ບັນດາອົງການຕາງໜ້າຫວຽດນາມ ຢູ່ຕ່າງປະເທດຈະປະຕິບັດວຽກງານສຶກສາຄົ້ນຄວ້າໃຫ້ເປັນຢ່າງດີ, ກໍ້າແໜ້ນສະພາບຫາງສຽງຂອງປະຊາຊົນ, ຊາວຫວຽດນາມອາໄສຢູ່ຕ່າງປະເທດ ທີ່ປະເທດປະຈໍາຖິ່ນ ກ່ຽວກັບບັນຫາການເມືອງ, ເສດຖະກິດ-ສັງຄົມຢູ່ພາຍໃນປະເທດ.

(ແຫຼ່ງຄັດຈາກ VOV)


ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top